ມາດອນນາ ກຽມຂຽນ-ກຳກັບຮູບເງົາ ຊີວະປະຫວັດຕົວເອງ

 ລະຫວ່າງທີ່ຄ່າຍ ຢູນິເວີ ແຊລ ກຳລັງຢູ່ລະຫວ່າງການກຽມສ້າງຮູບເງົາເລື່ອງໃໝ່ ຊຶ່ງຍັງບໍ່ທັນມີຊື່ເປັນເລື່ອງລາວຊີວະປະຫວັດຂອງມາດອນນາ ຊຶ່ງຣາຊານີເພງ ປ໊ອບຕົວແມ່ອາຍຸ 62 ປີ ຈະຮັບໜ້າທີ່ກຳກັບ ແລະຮ່ວມຂຽນບົດຮູບເງົາກັບໄດອາໂບລ ໂຄດີ ຜູ້ກຳກັບຍິງ ຊຶ່ງເຄີຍມີຜົນງານສ້າງຊື່ສຽງໃນຈູໂນ ຮູບເງົາດັງໃນປີ 2011.

 ມາດອນນາກ່າວວ່າຕ້ອງການ ໃຫ້ຮູບເງົາເລື່ອງນີ້ຖ່າຍທອດເລື່ອງລາວການເດີນທາງອັນສຸດເຫຼືອເຊື່ອທີ່ຊີວິດໄດ້ພາຂ້ອຍມາເປັນສິລະປິນ, ນັກຮ້ອງ, ນັກເຕັ້ນ ແລະມະນຸດຄົນໜຶ່ງທີ່ພະຍາຍາມຫາຫົນທາງຂອງລາວໃນໂລກໃບນີ້ ຊຶ່ງຫົວໃຈຫຼັກຂອງຮູບເງົາເລື່ອງນີ້ ຈະມຸ່ງເນັ້ນໄປທີ່ດົນຕີຊຸກຍູ້ໃຫ້ຂ້ອຍເດີນໜ້າຕໍ່ໄປ, ສິລະປະເຮັດໃຫ້ຂ້ອຍມີຊີວິດຍັງມີອີກຫຼາຍເລື່ອງລາວທີ່ຍັງບໍ່ທັນໄດ້ເປີດເຜີຍ ແລະເລື່ອງລາວທີ່ເປັນແຮງບັນດານໃຈ, ຊຶ່ງຮູບເງົາເລື່ອງນີ້ໄດ້ ເອມີ ປາສະຄາອະດີຜູ້ບໍລິຫານຄ່າຍ ໂຊນີ ພິກເຈີ ຮັບໜ້າທີ່ອຳນວຍການສ້າງ.

---------

ຮຽບຮຽງໂດຍ: ແກ້ວ