ຫວຽດນາມ ສົ່ງອອກກາເຟໄປຍັງອີຢູ 296 ໂຕນ

  ວັນທີ 16 ກັນຍາ, ທີ່ເມືອງເປກູ, ແຂວງ ຢາລາຍ, ກະຊວງກະສິກຳ ແລະພັດທະນາຊົນນະບົດ ສສ ຫວຽດນາມ ໄດ້ຈັດຕັ້ງພິທີສົ່ງອອກກາເຟໄປຍັງເອີຣົບຕາມສັນຍາການຄ້າເສລີ ຫວຽດນາມ-ສະຫະພາບເອີຣົບ (ອີວີເອຟທີເອ).

  ຕາມຂ່າວສານຫວຽດນາມລາຍງານວ່າ ປະຈຸບັນຫວຽດນາມສົ່ງອອກກາເຟໄປຍັງຕະຫຼາດອີຢູຄິດເປັນ 42% ຂອງມູນຄ່າການສົ່ງອອກກາເຟຂອງຫວຽດນາມ ສ່ວນຕະຫຼາດເອີຣົບນໍາເຂົ້າກາເຟຈາກຫວຽດນາມຄິດເປັນ 8,5% ຂອງປະລິມານການເຟນໍາເຂົ້າທັງໝົດຂອງຕະຫຼາດເອີຣົບໃນການກ່າວຄຳເຫັນທີ່ພິທີ, ທ່ານ ເລກວກແຢວງ, ຮອງລັດຖະມົນຕີກະຊວງກະສິກຳ ແລະພັດທະນາຊົນນະບົດຫວຽດນາມຢືນຢັນວ່າ ກາລະໂອກາດຈາກຂໍ້ຕົກລົງອີວີເອຟທີເອ ແມ່ນມີຫຼາຍແຕ່ນີ້ຄືຕະຫຼາດທີ່ມີມາດຕະຖານທີ່ເຂັ້ມງວດ ຊຶ່ງຂະແໜງກະສິກຳລວມທັງກາເຟຫວຽດນາມຕ້ອງປ່ຽນແປງຕາມແນວທາງການຍົກລະດັບຄຸນນະພາບ, ເພີ່ມປະລິມານການແປຮູບ ແລະລະບຸແຫຼ່ງທີ່ມາຢ່າງຈະແຈ້ງ, ໂດຍກາເຟງວດທຳອິດທີ່ສົ່ງອອກໄປຍັງອີຢູ ຄັ້ງນີ້ແມ່ນຂອງບໍລິສັດຫວິງຮຽບຈຳກັດຈັດສົ່ງດ້ວຍປະລິມານທັງໝົດແມ່ນ 296 ໂຕນ

  ທ່ານ ເລກວກແຢວງ ກ່າວຕື່ມວ່າ ສະຖານທີ່ປະກອບການທ້ອງຖິ່ນ ແລະກະສິກຳຈະຕ້ອງເນັ້ນໜັກກ່ຽວກັບຄຳໝັ້ນໃນຂໍ້ຕົກລົງ ແລະຄວາມຕ້ອງການຂອງປະເທດຕ່າງໆຕໍ່ສິນຄ້າຊະນິດນີ້ ຊຶ່ງເຮົາກໍຈະສາມາດເຈາະຕະຫຼາດນີ້ໄດ້ພ້ອມທັງເຮົາຕ້ອງປະຍຸກໃຊ້ເຕັກໂນໂລຊີທີ່ທັນສະໄໝມີຄວາມຜູກພັນກັບຕ່ອງໂສ້ມູນຄ່າລະຫວ່າງສະຖານທີ່ປະກອບການກັບກະສິກຳ ແລະສະຫະກອນ ໂດຍສະເພາະພວກເຮົາສະເໜີໃຫ້ສະຖານທີ່ປະ ກອບການຕ້ອງຊຸກຍູ້ຄວາມສາມາດໃນການແປຮູບ.

----

ໜັງສືພິມເສດຖະກຶດ-ສັງຄົມ