ຣັດເຊຍ ກຽມຂາຍວັກແຊງໃຫ້ອິນເດຍ

  ກອງທຶນຄວາມໝັ້ນຄົງແຫ່ງຊາດຂອງຣັດເຊຍຍອມຮັບຂໍ້ຕົກລົງ ຂາຍວັກແຊງ ສະປຸດນິກ-ວີ ຈຳນວນ 100 ລ້ານໂດສ ໃຫ້ກັບບໍລິສັດລາຍໃຫຍ່ຂອງອິນເດຍ.

  ຕາມຂ່າວຕ່າງປະເທດລາຍງານວ່າ ຂໍ້ຕົກລົງດັ່ງກ່າວຄາດວ່າ ຈະມີການທົດລອງທາງຄລີນິກຂອງວັກແຊງປ້ອງກັນພະຍາດໂຄວິດ-19 ທີ່ພັດທະນາໂດຍຣັດເຊຍໃນອິນເດຍໄວໆນີ້ ໂດຍເປັນການທົດລອງຮ່ວມກັນລະຫວ່າງຮັດເຊຍ ແລະບໍລິສັດ ເພສັດພັນ ອິນເດຍ ຂະນະທີ່ຂໍ້ຕົກລົງດ້ານການຈັດຫາ ແລະທົດລອງສັກວັກແຊງຈະຂຶ້ນຢູ່ກັບການອະນຸມັດທີ່ເປັນໄປຕາມຂໍ້ບັງຄັບພາຍໃນອິນເດຍ ຊຶ່ງກອງທຶນຄວາມໝັ້ນຄົງຂອງຣັດເຊຍໄດ້ລົງນາມໃນຂໍ້ຕົກລົງຈັດຫາວັກແຊງໃຫ້ກັບກາຊັກສະຖານ, ບຣາ ຊິນ ແລະເມັກຊິກ ລວມທັງຂໍ້ຕົກລົງການຜະລິດວັກແຊງຮ່ວມກັນກັບອິນເດຍ ໃນການຜະລິດວັກແຊງສະປຸດນິກ-ວີ ຈຳນວນ 300 ລ້ານໂດສ ໃນອິນເດຍ ໂດຍຈະປະກາດຊື່ບໍລິສັດ ເພສັດພັນ ອິນເດຍພາຍຫຼັງ.

  ຣັດເຊຍເຄີຍປະກາດວ່າ ວັກແຊງສະປຸດນິກ-ວີ ເປັນວັກແຊງປ້ອງກັນພະຍາດໂຄວິດ-19 ທຳອິດຂອງໂລກທີ່ໄດ້ຮັບການຈົດທະບຽນ ພ້ອມທັງຜ່ານຂັ້ນຕອນການທົດລອງວັກແຊງໃນອາສາສະໝັກ 40 ພັນຄົນ ແຕ່ຍັງບໍ່ສິ້ນສຸດຂະບວນການ.

-----

ໜັງສືພິມເສດຖະກິດ-ສັງຄົມ