ມູນຄ່າການຄ້າຫວຽດນາມ - ສ.ເກົາຫີຼເພີ່ມຂຶ້ນ 100 ຕື້ໂດລາ

  ສສ ຫວຽດນາມ-ສ.ເກົາຫຼີ ແມ່ນຄູ່ຮ່ວມມືຍຸດທະສາດ, ມີຄວາມໄວ້ເນື້ອເຊື່ອໃຈ, ຕ່າງຝ່າຍຕ່າງມີຜົນປະໂຫຍດ ແລະສ.ເກົາຫຼີ ພວມນຳໜ້າກ່ຽວກັບການລົງທຶນຢູ່ຫວຽດນາມ.

  ຕາມຂ່າວຕ່າງປະເທດລາຍງານວ່າ ທ່ານ ຫງວຽນ ຊວນຟຸກ ນາຍົກລັດຖະມົນຕີຫວຽດນາມໄດ້ໃຫ້ການຕ້ອນຮັບທ່ານນາງ Kang Kyung Wha ລັດຖະມົນຕີການຕ່າງປະເທດ ສ.ເກົາຫຼີ ພວມຢ້ຽມຢາມຫວຽດນາມ ຢ່າງເປັນທາງການ ແຕ່ວັນທີ 17- 18 ກັນຍາ ທ່ານ ຫງວຽນ ຊວນຟຸກ ຊີ້ແຈ້ງວ່າ: ສອງປະເທດແມ່ນຄູ່ຮ່ວມມືຍຸດທະສາດ, ມີຄວາມໄວ້ເນື້ອເຊື່ອ ໃຈ, ຕ່າງຝ່າຍຕ່າງມີຜົນປະໂຫຍດ ແລະສ.ເກົາຫຼີ ພວມນຳໜ້າກ່ຽວກັບການລົງທຶນຢູ່ຫວຽດນາມທ່ານຍັງໄດ້ສະເໜີ: ປີນີ້ສອງປະເທດສູ້ຊົນບັນລຸວົງເງິນການຄ້າສອງຝ່າຍໃຫ້ຂຶ້ນລະດັບ 100 ຕື້ໂດລາສະຫະລັດ ພ້ອມທັງຊຸກຍູ້ບັນດາຂົງເຂດຮ່ວມມືອື່ນທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ ປາດຖະໜາຢາກໃຫ້ ສ.ເກົາຫຼີ ຫຼຸດຜ່ອນ, ກ້າວໄປເຖິງການລົບລ້າງບັນດາເງື່ອນໄຂຜູກມັດສຳລັບບ້ວງເງິນກູ້ໜູນຊ່ວຍການພັດທະນາທາງການ (ODA), ບ້ວງເງິນກູ້ບູລິມະສິດ, ເປີດກວ້າງບັນດາບ້ວງເງິນຊ່ວຍເຫຼືອລ້າໃຫ້ແກ່ຫວຽດນາມ; ເພີ່ມການຮັບແຮງງານຫວຽດນາມ, ໜູນຊ່ວຍປະຊາຄົມຊາວຫວຽດນາມຢູ່ ສ.ເກົາຫຼີ.