 ຍີ່ປຸ່ນ ສົ່ງອອກສິນຄ້າຫຼຼຼຼຸດ-14,8%

   ຍີ່ປຸ່ນພົບກັບພິດໂຄວິດ-19 ເຮັດໃຫ້ຕົວເລກສົ່ງອອກເດືອນສິງຫາ ຫົດຕົວ -14,8% ຊຶ່ງເປັນການຫຼຸດລົງຕໍ່ເນື່ອງ 21 ເດືອນ.

  ຕາມຂ່າວຕ່າງປະເທດລາຍງານວ່າ ພະຍາດໂຄວິດ-19 ເຮັດໃຫ້ຕົວເລກສົ່ງອອກສິນຄ້າຂອງຍີ່ປຸ່ນ ໃນເດືອນສິງຫາຜ່ານມາຫຼຸດລົງ -14,8% ທຽບກັບປີຜ່ານມາ, ສາເຫດຫຼັກເນື່ອງມາຈາກຄວາມຕ້ອງການສິນຄ້າ ເຊັ່ນ: ສິ້ນສ່ວນລົດໃຫຍ່ ແລະກຸ່ມແຮ່ເຊື້ອໄຟຫຼຸດລົງທົ່ວໂລກ, ເຮັດໃຫ້ອັດຕາການສົ່ງອອກຫຼຸດລົງຢ່າງຕໍ່ເນື່ອງໂດຍສະຖິຕິນີ້ສະແດງໃຫ້ເຫັນເຖິງຕົວເລກການສົ່ງອອກຂອງຍີ່ປຸ່ນຫຼຸດລົງ 21 ເດືອນຕໍໍ່ເນື່ອງ, ຖືເປັນໄລຍະເວລາຕິດຕໍ່ກັນນານທີ່ສຸດຕັ້ງແຕ່ເດືອນກໍລະກົດປີ 1987  ທີ່ຫຼຸດລົງ 23 ເດືອນຕິດຕໍ່ກັນຫາກແຍກແຕ່ລະພາກພື້ນພົບວ່າ ອາເມລິກາຊຶ່ງເປັນຕະຫຼາດສຳຄັນຂອງຍີ່ປຸ່ນຫຼຸດລົງ -21,3%, ຜົນກະທົບໜັກຢູ່ທີ່ການສົ່ງອອກວັດສະດຸກໍ່ສ້າງ ຊຶ່ງປະຈຸບັນບໍ່ໄດ້ເປັນທີ່ຕ້ອງການໃນອາເມລິກາ.

  ຢ່າງໃດກໍຕາມ ຂໍ້ມູນຊີ້ແຈງວ່າ ການສົ່ງອອກໄປ ສປ ຈີນ ເພີ່ມຂຶ້ນ 5,1% ຈາກການ ສົ່ງອອກສານກິງຕົວນຳ(Semiconductors) ເພີ່ມຂຶ້ນກາຍເປັນສັນຍານທີ່ດີ, ຂະນະທີ່ພາບລວມການສົ່ງອອກໄປປະເທດອື່ນໃນອາຊີຫຼຸດລົງ 7,8% ຫຼັງຈາກຄວາມຕ້ອງການໃຊ້ເຫຼັກໃນອຸດສາຫະກຳຕ່າງໆຫຼຸດລົງ.

-----

ໜັງສືພິມເສດຖະກິດ-ສັງຄົມ