ຈີນລົງທຶນໂດຍກົງຢູ່ຕ່າງປະເທດ ຫຼູດລົງ 2,6%

   ກະຊວງການຄ້າຈີນໄດ້ເປີດເຜີຍຕົວເລກຫຼ້າສຸດໃນວັນທີ 17 ກັນຍານີ້ ໂດຍສະແດງໃຫ້ເຫັນວ່າ: ແຕ່ເດືອນມັງກອນຫາເດືອນສິງຫາ ປີນີ້, ຈີນໄດ້ລົງທຶນໂດຍກົງຢູ່ຕ່າງປະເທດໃນຂົງເຂດບໍ່ແມ່ນການທະຄານບັນລຸເຖິງ 480,45 ຕື້ຢວນ ຫຼື 68,48 ຕື້ໂດລາສະຫະລັດ, ຫຼຸດລົງ 2,6% ເມື່ອທຽບໃສ່ໄລຍະດຽວ ກັນຂອງປີຜ່ານມາ, ລະດັບການຫຼຸດ ເພີ່ມຂຶ້ນ 0,5% ເມື່ອທຽບກັບ 7 ເດືອນທຳອິດຂອງປີນີ້.

   ຕາມຂ່າວ Cri ລາຍງານວ່າ ອີງຕາມຕົວເລກຂໍ້ມູນຈາກທາງການ, ແຕ່ເດືອນມັງກອນຫາເດືອນສິງຫາປີນີ້, ວິສາຫະກິດຈີນໄດ້ລົງທຶນ ໂດຍກົງຢູ່ປະເທດລຽບຕາມ “ໜຶ່ງແລວໜຶ່ງເສັ້ນທາງ” ໃນຂົງເຂດບໍ່ແມ່ນການທະນາຄານບັນລຸເຖິງ 11,8 ຕື້ໂດລາ, ເພີ່ມຂຶ້ນ 31,5% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ, ກວມມູນຄ່າການລົງທຶນຢູ່ຕ່າງປະເທດຂອງຈີນໃນໄລຍະດຽວກັນເຖິງ 17,2%, ເພີ່ມຂຶ້ນ 4,8% ເມື່ອທຽບໄລຍະດຽວກັນຂອງປີຜ່ານມາ.

  ໃນຊຸມປີຜ່ານມາ, ການລົງທຶນ ຢູ່ຕ່າງປະເທດຂອງຈີນມີບົດບາດເພີ່ມຂຶ້ນເລື້ອຍໆ ອີງຕາມຕົວເລກ ຂໍ້ມູນຂອງທາງການ, ຮອດທ້າຍ ປີ 2019, ມູນຄ່າການລົງທຶນໂດຍ ກົງຢູ່ຕ່າງປະເທດຂອງຈີນແມ່ນ 2,2 ພັນຕື້ໂດລາ, ເປັນອັນດັບສາມຂອງໂລກ ຊຶ່ງຮອງຈາກອາ ເມລິກາທີ່ລົງທຶນ 7,7 ພັນຕື້ໂດລາ ແລະໂຮນລັງ 2,6 ພັນຕື້ໂດລາ.

-----

ໜັງສືພິມເສດຖະກິດ-ສັງຄົມ