ບໍລິຄຳໄຊ ມີອັດຕາການປະລະການຮຽນ ຊັ້ນມັດທະຍົມເພີ່ມຂຶ້ນ

  ເພື່ອເຮັດໃຫ້ວຽກງານການສຶກສາ ແລະກີລາພາຍໃນແຂວງ ໄດ້ຮັບການຈັດຕັ້ງປະຕິບັດຕາມແຜນພັດທະນາການສຶກສາຂອງແຂວງ ໃນລະຫວ່າງວັນທີ 15-16 ກັນຍານີ້ ພະແນກສຶກສາທິການ ແລະກີລາແຂວງໄດ້ຈັດກອງປະຊຸມວຽກງານຜູ້ບໍລິຫານການສຶກສາຢູ່ຫ້ອງປະຊຸມຫ້ອງວ່າການປົກຄອງເມືອງວຽງທອງ ໂດຍການ ເປັນປະທານຂອງທ່ານ ຄຳສີ ຍົມມະລາດ ຫົວໜ້າພະແນກສຶກສາທິການ ແລະກີລາແຂວງບໍລິຄຳໄຊ, ໃຫ້ກຽດເຂົ້າຮ່ວມໂດຍທ່ານ ອຸດາ ລອນ ສີລາວົງ  ຮອງຫົວໜ້າກົມສາມັນກະຊວງສຶກສາທິການ ແລະກີລາ, ທ່ານ ວົງສີທອງ ສີອິນທິປັນຍາ ເຈົ້າເມືອງວຽງທອງ, ມີບັນດາຫົວໜ້າພະແນກ, ຮອງພະແນກ, ປກສ-ປກຊ, ຫົວໜ້າຫ້ອງການສຶກສາທິການ ແລະກີລາພ້ອມດ້ວຍ ຜູ້ອຳຈາກໂຮງຮຽນຕ່າງໆໃນທົ່ວແຂວງເຂົ້າຮ່ວມ.

  ກອງປະຊຸມໄດ້ຮັບຟັງການຜ່ານບົດລາຍງານການຈັດຕັ້ງປະຕິບັດແຜນພັດທະນາການສຶກສາ ແລະກີລາປະຈຳສົກຮຽນ 2019-2020  ແລະທິດທາງແຜນການສົກ 2020-2021 ຈາກທ່ານ ພົງສະຫວັັນ ມະຫາທິລາດ ຫົວໜ້າຂະ ແໜງສະຖິຕິແຜນການ ແລະການພົວພັນຕ່າງປະເທດພະແນກສຶກສາທິການ ແລະກີລາແຂວງ ຊຶ່ງພະ ແນກສຶກສາທິການ  ແລະກີລາແຂວງໄດ້ຖືເອົາການຂະຫຍາຍຕາໜ່າງການສຶກສາກ່ອນໄວຮຽນເປັນໜຶ່ງ ໃນບູລິມະສິດ ໂດຍສະເພາະແມ່ນການຂະຫຍາຍໂຮງຮຽນອະນຸບານ ແລະຫ້ອງ ປ ກຽມປະຖົມ ຊຶ່ງໄດ້ ສົ່ງຜົນໃຫ້ການສຶກສາໃນສົກຮຽນ 2019-2020 ທົ່ວແຂວງມີໂຮງຮຽນອະນຸບານທັງໝົດ  80  ແຫ່ງ, ໃນນັ້ນຂອງເອກະຊົນ 25 ແຫ່ງມີນັກຮຽນ 9.280 ຄົນ ຍິງ  4.351 ຄົນ, ປະຕິບັດອັດຕາເຂົ້າຮຽນຂອງເດັກ 3-5 ປີ ເພີ່ມຂຶ້ນ ຈາກ 49,6% ເປັນ 52,1% ແລະອັດຕາເຂົ້າຮຽນຂອງເດັກ 5 ປີ ເພີ່ມຈາກ 81,7% ເປັນ 87,5% ແລະດັດສະນີຄວາມສະເໝີພາບໃນການເຂົ້າຮຽນຂອງເດັກ 3-5 ປີ ແລະເດັກ 5 ປີ 0,99-1%, ໂຮງຮຽນປະຖົມມີ 318 ແຫ່ງ, ໃນນັ້ນ ເອກະຊົນ 13 ແຫ່ງ, ມີນັກຮຽນ ທັງໝົດ 33.488  ຄົນ  ຍິງ 16.078 ຄົນ ລື່ນປີຜ່ານມາ 127 ຄົນ, ມີ ໂຮງຮຽນມັດທະຍົມທັງໝົດ 66 ແຫ່ງ ເພີ່ມຂຶ້ນ 1 ແຫ່ງໃນນັ້ນ ມຕ 33 ແຫ່ງ ເອກະຊົນ 4 ແຫ່ງ, ມສ 27 ແຫ່ງ ແລະມ ປາຍ 2 ແຫ່ງ ມີນັກຮຽນມັດທະຍົມຕົ້ນທັງໝົດ 21.412 ຄົນ ຍິງ 10.519 ຄົນ ແລະມັດທະຍົມຕອນປາຍ 10.149 ຄົນ ຍິງ 5.267 ຄົນ; ສະເລ່ຍ ອັດຕາຄ້າງຫ້ອງຊັ້ນປະຖົມຫຼຸດລົງ ຈາກ 3,6% ເປັນ 3,1% ແລະອັດຕາການປະລະການຮຽນຊັ້ນປະຖົມ 2,3%; ອັດຕາການປະລະການຮຽນຊັ້ນມັດທະຍົມຕົ້ນເພີ່ມສູງຂຶ້ນຈາກ 9,5%  ເປັນ 11,2%; ອັດຕາການປະລະການຮຽນຊັ້ນມັດທະຍົມປາຍກໍເພີ່ມຂຶ້ນຈາກ 9,9% ເປັນ 10,5%, ສຳລັບລະບົບການສຶກສານອກ

-----

ໂດຍ: ວຽງສະຫວັນ