ໂຮງຮຽນວຽງສະຫວັນ 3 ຍ້ອງຍໍຄູ ແລະນັກຮຽນທີ່ສອນດີ-ຮຽນເກັ່ງ

 

  ໃນສົກຮຽນ 2019-2020 ຜ່ານມານີ້ ໂຮງຮຽນວຽງສະຫວັນ 3 (ໂຮງຮຽນພາກເອກະຊົນ) ສາຂາແຂວງໄດ້ເອົາໃຈໃສ່ຕິດຕາມຊຸກຍູ້-ສົ່ງເສີມການຮຽນ-ການສອນຂອງຄູ-ອາຈານ ແລະນັກຮຽນຢ່າງຕັ້ງໜ້າຕາມ 3 ລັກສະນະ, 5 ຫຼັກມູນ ແລະ3 ຂໍ້ແຂ່ງຂັນຂອງຂະແໜງການສຶກສາທີ່ກະຊວງສຶກສາທິການ ແລະກີລາ ໄດ້ວາງອອກ ແລະຈົນສາມາດຍາດໄດ້ຜົນງານອັນພົ້ນເດັ່ນຄືສາມາດສ້າງນັກຮຽນພາຍໃນໂຮງ ຮຽນກາຍເປັນນັກຮຽນເກັ່ງຂັ້ນແຂວງ 3 ນ້ອງ ໃນນັ້ນຊັ້ນປະຖົມປີທີ 5 (ປ5 ) 2 ນ້ອງ ຄື: ທ້າວ ຊັບນະຄອນ ສິດທິລາດ ໄດ້ອັນດັບທີ 1 ຂອງແຂວງໃນວິຊາໂລກອ້ອມຕົວ; ທ້າວ ອານົນ ປັນຕະຍານົນ ໄດ້ອັນດັບທີ 2 ໃນວິຊາຄະນິດສາດ ແລະຊັ້ນມັດທະຍົມ ມ4 ນາງ ພຸດທະສອນ ວໍລະບຸດ ໄດ້ອັນດັບທີ 2 ໃນວິຊາພາສາລາວ ແລະໃນສົກຮຽນ 2019-2020ນີ້ກໍ່ມີຄູສອນດີສອນເກັ່ງມີ 3 ຄົນໃນນັ້ນມີຄູສອນຊັ້ນປະຖົມ 1 ຄົນ ຄື: ນາງ ມະນີໄຊ ທິບພະສິມ ຄູສອນຫ້ອງ ປ5 ແລະອາຈານສອນຊັ້ນມັດທະຍົມຕອນຕົ້ນ 2 ຄົນຄື: ນາງ ພຸດສະດີ ຈັນທະວີສຸກ ສອນວິຊາພາສາລາວ ແລະທ້າວ ຄຳສະແຫວງເມື່ອຍຈັນທອງ ວິຊາຟີຊິກສາດ ມ4.

  ຕໍ່ຜົນງານອັນພົ້ນເດັ່ນດັ່ງກ່າວ ທີ່ຄູ-ອາຈານ ແລະນ້ອງນັກຮຽນ ທີ່ຍາດມາໄດ້ໂຮງຮຽນວຽງສະຫວັນ 3 ຈຶ່ງໄດ້ມອບໃບຍ້ອງຍໍ ແລະລາງວັນໃຫ້ກັບຄູ-ອາ ຈານ ແລະນ້ອງນັກຮຽນທີ່ມີຜົນງານດັ່ງກ່າວຢ່າງສົມກຽດ, ພິເສດສຳລັບນັກຮຽນເກັ່ງຂອງໂຮງຮຽນທີ່ເສັງໄດ້ເປັນນັກຮຽນເກັ່ງອັນທີ I ຂອງແຂວງແມ່ນໄດ້ຮັບສ່ວນຫຼຸດຄ່າຮຽນ 30% ໃນສົກຮຽນ 2020-2021 ຈາກໂຮງຮຽນ.

  ພິທີມອບ-ຮັບໃບຍ້ອງຍໍ ແລະຂອງຂວັນລາງວັນແມ່ນໄດ້ມີຂຶ້ນໃນພິທີສະຫຼຸບປີຮຽນ 2019-2020 ຂອງໂຮງຮຽນວຽງສະຫວັນ 3 ທີ່ໂຮງຮຽນດັ່ງກ່າວບ້ານ ໄຊສະອາດ, ເມືອງສາມັກຄີໄຊ, ແຂວງອັດຕະປື ໃນວັນທີ 12 ກັນຍາ 2020 ຜ່ານມານີ້ ໂດຍການເຂົ້າຮ່ວມ ແລະເປັນກຽດຂຶ້ນກ່າວມອບຂອງທ່ານ ລຸນນິສັນ ທອງທິບ ຫົວໜ້າຫ້ອງການສຶກສາທິການ ແລະກີລາເມືອງ.

-----

ໂດຍ: ພົມວິຫານ ໄຊຊະນະ