RM-BTS ບໍລິຈາກ 100 ລ້ານວອນໃຫ້ພິພິທະພັນ

  ພິພິທະພັນສີລະປິນສະໄໝໃໝ່ ແລະຮ່ວມສະໄໝແຫ່ງຊາດໄດ້ເປີດເຜີຍວ່າໄອດອລສຸດໂດ່ງດັງ RM ສະມາຊິກວົງ BTS ໄດ້ບໍລິຈາກເງິນ 100 ລ້ານວອນ  ໃຫ້ກັບພິພິທະພັນເນື່ອງໃນວັນເກີດຂອງລາວໃນວັນທີ 12 ກັນຍາທີ່ຜ່ານມາ. 

  ໂດຍການບໍລິຈາກຂອງ RM ຈະຖືກນໍາໄປໃຊ້ໃນການພີມຊໍ້າໜັງສືທີ່ຫາຍາກກ່ຽວກັບສີລະປະ ຫຼື ພິມໜັງສືທີ່ຫາບໍ່ໄດ້ແລ້ວໃໝ່ ແລະຈະສົ່ງໄປໂຮງຮຽນປະຖົມ, ມັດທະຍົມ ແລະມັດທະຍົມຕອນປາຍ 400 ແຫ່ງທົ່ວໂລກ ແລະໜັງສືທີ່ພິມຊໍ້າກໍຈະມີຈໍາໜ່າຍໃນຮ້ານໜັງສືໃນພິພິທະພັນເຊັ່ນກັນ, ໂດຍຜູ້ອຳ ນວຍການພິພິທະພັນເປີດເຜີຍວ່າ RM ນັ້ນຢາກຈະສະໜັບສະໜູນ ດ້ານສີລະປະ ຊຶ່ງເປັນທີ່ເຂົາຄົ້ນພົບແຮງບັນດານໃຈລວມທັງຄວາມສະບາຍໃຈເໝືອນກັບທີ່ເຂົາສາມາດເຂົ້າໃຈສີລະປະອັນເລິກເຊິ່ງຜ່ານໜັງສືເຫຼົ່ານີ້ລາວຫວັງວ່າເດັກນ້ອຍແລະເຍົາວະຊົນທີ່ບໍ່ສາມາດເດີນທາງມາພິພິທະພັນໄດ້ງ່າຍໆຈະສາມາດເຂົ້າເຖິງງານສີລະປະໄດ້ຜ່ານມາໜັງສືທີ່ຈະຈັດພິມໃໝ່. 

----

ໜັງສືພິມເສດຖະຫິດ-ສັງຄົມ