ນັກຮຽນເກາະລະກາງ ແລະເກາະຫົວພູ ໄດ້ຮັບເຄື່ອງຊ່ວຍເຫຼືອ

  ນັກຮຽນປະຖົມບ້ານເກາະລະກາງ ແລະບ້ານເກາະຫົວພູເມືອງ ທ່າແຕງ ແຂວງເຊກອງ ດີໃຈໄດ້ຮັບເຄື່ອງຊ່ວຍເຫຼືອພະແນກແຮງງານ ແລະສະຫວັດດີການ-ສັງຄົມ ແຂວງເຊກອງ ໄດ້ມອບໃຫ້ໃນວັນ ທີ 15 ກັນຍາ 2020 ທີ່ສອງ ໂຮງຮຽນດັ່ງກ່າວ ຊຶ່ງກ່າວມອບ ໂດຍທ່ານ ຄຳສອນ ກອນເຍີ ຫົວໜ້າພະແນກແຮງງານ ແລະສະຫວັດດີການສັງຄົມແຂວງພ້ອມດ້ວຍພັນລະຍາ ແລະຜູ້ອໍານວຍການໂຮງຮຽປະຖົມສອງແຫ່ງເປັນຜູ້ກ່າວຮັບ, ມີທ່ານ ສີສົມພາ ໄຊແກ້ວຍະວົງ ເລຂາຄະນະບໍລິຫານງານຊາວໜຸ່ມເມືອງທ່າແຕງ ຫົວໜ້າເຂດຈຸດ ສຸມພັດທະນາທີ 3 ພ້ອມດ້ວຍອົງການປົກຄອງບ້ານ, ຄູ-ອາຈານ ແລະນ້ອງນັກຮຽນເຂົ້າຮ່ວມ.

  ເຄື່ອງຊ່ວຍເຫຼືອໃນຄັ້ງນີ້ປະກອບມີເຄື່ອງນຸ່ງຫົ່ມຈຳນວນ 19 ເປົາ ໂດຍໄດ້ຈາກກອງທຶນປ້ອງກັນ ແລະຄວບຄຸມໄພພິບັດສ່ວນອຸປະກອນການຮຽນ ໂດຍສະ ເພາະປຶ້ມຂຽນ 370 ຫົວ ແລະບິກຂຽນຈຳນວນ 80 ກ້ານ ແມ່ນໄດ້ຈາກຄອບຄົວ ທ່ານ ນາງ ລຸນນີ ກອນເຍີ ທັງນີ້ ເພື່ອຫວັງໃຫ້ນ້ອງນັກຮຽນທີ່ມີຖານະຍາກຈົນ, ຂາດເຂີນ, ຫ່າງໄກ ຊອກຫຼີກໄດ້ເຂົ້າເຖິງການສຶກສາຕາມເກນອາຍຸໄວຮຽນ, ເພາະເດັກນ້ອຍໃນວັນນີ້ກໍ່ຄືຜູ້ໃຫຍ່ໃນວັນໜ້າ.

  ໂອກາດນີ້ທ່ານ ຄຳສອນ ກອນ ເຍີ ຫົວໜ້າພະແນກແຮງງານ ແລະສະຫວັດດີການສັງຄົມແຂວງເຊກອງ ກໍ່ໄດ້ໃຫ້ກຽດໂອ້ລົມ, ຊຶ່ງ ໄດ້ແນະນຳໃຫ້ນ້ອງນັກຮຽນພ້ອມກັນເອົາໃຈໃສ່, ຕັ້ງໜ້າສຶກສາຮໍ່າຮຽນ, ເຄົາລົບຄູ-ອາຈານ, ພໍ່ແມ່, ຜູ້ອາວຸໂສ, ເພື່ອພັດທະນາຕົນເອງ ໃຫ້ກາຍເປັນນັກຮຽນດີ, ຮຽນເກັ່ງ,  ເປັນເດັກທີ່ດີຂອງພໍ່ແມ່ ແລະຄູ-ອາຈານ, ພ້ອມນັ້ນກໍ່ໄດ້ເນັ້ນໃຫ້ ຄູ-ອາຈານພ້ອມກັນເອົາໃຈໃສ່ສິດສອນນັກຮຽນຢ່າງຕັ້ງໜ້າພ້ອມທັງສ້າງໃຫ້ໄດ້ນັກຮຽນເກັ່ງລະດັບເມືອງ, ລະດັບແຂວງ ແລະກ້າວໄປສູ່ລະດັບປະເທດ.​

----

ໂດຍ: ລັດຕະນາ ຄຳສົມພູ