ພົບໂຄວິດ ໃນປາມຶກຈາກຣັດເຊຍສົ່ງຂາຍໃຫ້ຈີນ

  ວັນທີ 21 ກັນຍາທີ່ຜ່ານມາ ເຈົ້າໜ້າທີ່ສາທາລະນະສຸກຂອງ ສປ ຈີນ ກວດພົບເຊື້ອພະຍາດໂຄວິດ-19 ໃນບັນຈຸພັນຂອງປາມຶກຈາກຣັດເຊຍທີ່ສົ່ງອອກໄປຂາຍ ໃນສປ ຈີນ.

  ຕາມຂ່າວຕ່າງປະເທດລາຍງານວ່າ ເຈົ້າໜ້າທີ່ສາທາລະນະສຸກໃນເມືອງຟູຢູ ມົນທົນ ຈີຫຼິນ ທາງຕາເວັນເໜືອຂອງຈີນເປີດເຜີຍວ່າ ພົບເຊື້ອໂຄວິດ-19 ບັນຈຸພັນຂອງປາມຶກນໍາເຂົ້າໃນລະຫວ່າງວັນທີ 24-31 ສິງຫາທີ່ຜ່ານມາ ພ້ອມທັງຮຽກຮ້ອງໃຫ້ທຸກຄົນທີ່ຊື້ປາມຶກໄປເຂົ້າຮັບການກວດເຊື້ອໂຄວິດ-19, ສຳນັກງານປ້ອງກັນພະຍາດໂຄວິດ-19 ໃນເມືອງສາງຊຸນເປີດເຜີຍວ່າປາມຶກດັ່ງກ່າວນໍາເຂົ້າຈາກຣັດເຊຍ ໂດຍບໍລິສັດໃນເມືອງຫຸນຊຸນກ່ອນຈະຖືກສົ່ງໄປຍັງເມືອງສາງຊຸນ.

  ຂະນະທີ່ກົມພາສີອາກອນຈີນລະບຸວ່າ ຈະໂຈະການນໍາເຂົ້າຈາກບໍລິສັດຕ່າງໆເປັນເວລາໜຶ່ງອາທິດຖ້າຫາກກວດພົບວ່າ ຜະລິດຕະພັນອາຫານແຊ່ແຂງມີເຊື້ອໂຄວິດ-19 ແລະຈະໂຈະການນໍາເຂົ້າເປັນເວລາໜຶ່ງເດືອນຖ້າຫາກພົບວ່າມີຜະລິດຕະພັນປົນເປື້ອນເຊື້ອສາມຄັ້ງ ຫຼື ຫຼາຍກວ່ານັ້ນ.

----

ໜັງສືພິມ ເສດຖະກິດ-ສັງຄົມ