ຫວຽດນາມເລີ່ມສ້າງໄຟຟ້າແຮງລົມ ມູນຄ່າ 384 ລ້ານໂດລາ

   ສສ ຫວຽດນາມ ເລີ່ມລົງມືກໍ່ສ້າງກຸ່ມເຄືອຂ່າຍໄຟຟ້າແຮງລົມດ້ວຍມູນຄ່າກວ່າ 384 ລ້ານ ໂດລາສະຫະລັດ ໂຄງການມີເນື້ອທີ່ກວ້າງກວ່າ 2.240 ເຮັກຕາ, ໄດ້ຮັບການຜັນຂະຫຍາຍຢູ່ບໍລິເວນຂອງ 2 ເມືອງກວາງນິງ ແລະເລ້ຖຸຍ.

 ຕາມຂ່າວສານຫວຽດນາມລາຍງານວ່າເມື່ອບໍ່ດົນມານີ້ຢູ່ແຂວງກວາງບິ່ງ, ໄດ້ຈັດພິທີເລີ່ມລົງມືກໍ່ສ້າງກຸ່ມເຄືອຂ່າຍໄຟຟ້າແຮງລົມ B&T, ດ້ວຍຍອດຈຳນວນເງິນລົງທຶນກວ່າ 384 ລ້ານໂດລາ (ກວ່າ 8.900 ຕື້ດົ່ງ) ນີ້ໄດ້ຮັບຖືວ່າແມ່ນໂຄງການລົງທຶນຈາກຕ່າງປະເທດບົນໜ້າດິນທີ່ມີຂອບຂະໜາດໃຫຍ່ທີ່ສຸດຢູ່ຫວຽດນາມ ໃນຂົງເຂດພະລັງງານຜະລິດຄືນໃໝ່, ໂຄງການມີເນື້ອທີ່ກວ້າງກວ່າ 2.240 ເຮັກຕາ, ໄດ້ຮັບການຜັນຂະຫຍາຍຢູ່ບໍລິເວນຂອງ 2 ເມືອງກວາງນິງ ແລະເລ້ຖຸຍ, ລວມມີເຄືອຂ່າຍໄຟຟ້າແຮງລົມ B&T1 ດ້ວຍກຳລັງຜະລິດໄຟຟ້າ 100,8 MW, ຄາດວ່າຈະເລີ່ມເຄື່ອນໄຫວໃນເດືອນທັນວາ 2020 ແລະເຄືອຂ່າຍໄຟຟ້າແຮງລົມ B&T 2 ດ້ວຍກຳລັງຜະລິດໄຟຟ້າ 151,2 MW, ຄາດວ່າຈະເລີ່ມເຄື່ອນໄຫວໃນເດືອນມິຖຸນາ 2021.

  ທ່ານປະທານຄະນະກຳມະການປະຊາຊົນແຂວງກວາງບິ່ງເຈິ່ນກົງທ້ວນແລ້ວ, ໂຄງການດັ່ງກ່າວໄດ້ຮັບຄວາມຫວັງວ່າຈະເພີ່ມແຫຼ່ງໄຟຟ້າໃຫ້ທາງແຂວງ, ປະກອບສ່ວນຮັບປະກັນຄວາມໝັ້ນຄົງດ້ານພະລັງງານແຫ່ງຊາດ, ປະກອບສ່ວນສ້າງກຳລັງໜູນເພື່ອພັດທະນາເສດຖະກິດ-ສັງຄົມ ໃຫ້ແກ່ແຂວງ.