ທົ່ວໂລກຕິດເຊື້ອໂຄວິດ 31,5 ລ້ານຄົນ

  ວັນທີ 22 ກັນຍາ ເວິລ ໂອມີເຕີສ ເວັບໄຊ ລວມສະຖິຕິ ໃນອາເມລິກາລາຍງານຄວາມຄືບໜ້າສະຖານະການໆແຜ່ລະບາດຂອງເຊື້ອໂຄວິດ-19 ວ່າ ທົ່ວໂລກມີຍອດຜູ້ຕິດເຊື້ອໂຄວິດ 31,468.686 ຄົນ, ເສຍຊີວິດ 968.840 ຄົນ ແລະປິ່ນປົວຫາຍ ດີ 23.092. 306 ຄົນ.

 ຕາມຂ່າວຕ່າງປະເທດລາຍງານວ່າສຳລັບ 10 ປະເທດທີ່ມີຜູ້ຕິດເຊື້ອຫຼາຍທີ່ສຸດອັນດັບ 1 ອາເມລິກາຢູ່ທີ່ 7.044.271 ຄົນ ແລະເສຍຊີວິດ 204.459 ຄົນ, ຮອງລົງມາແມ່ນອິນເດຍ ພົບຜູ້ຕິດເຊື້ອຢູ່ທີ່ 5.560.105 ຄົນ ແລະເສຍຊີວິດ 88.965 ຄົນ, ບຣາຊິນ ຢູ່ທີ່ 4.560.083 ຄົນ ເສຍຊີວິດ 137.350 ຄົນ, ຣັດເຊຍ ມີຜູ້ຕິດເຊື້ອ 1.109.595 ຄົນ ເສຍຊີວິດ 19.489 ຄົນ,ໂຄໂລມບີຕິດເຊື້ອ 770.435 ຄົນ ແລະເສຍຊີວິດ 24.397 ຄົນ, ເປຣູຕິດເຊື້ອ 768.895 ຄົນ ແລະເສຍຊີວິດ 31.369 ຄົນ, ເມັກຊິກ ມີຜູ້ຕິດເຊື້ອ 697.663 ຄົນ ເສຍຊີວິດ 73.493 ຄົນ,ແອັດສະປາຍຕິດເຊື້ອ 671.468 ຄົນ ເສຍຊີວິດ 30.663 ຄົນ, ອາ ຟຣິກາໃຕ້ ຕິດເຊື້ອ 661.936 ຄົນ ເສຍຊີວິດ 15.992 ຄົນ, ອາກຊັງຕິນຕິດເຊື້ອ 640.147 ຄົນ ເສຍຊີວິດ 13.482 ຄົນ.

  ປະເທດອາຊຽນອັນດັບ 1 ຟິລິບປິນ ມີຜູ້ຕິດເຊື້ອໂຄວິດ-19 290.190 ຄົນ ເສຍຊີວິດ 4.999 ຄົນ, ອິນໂດເນເຊຍຕິດເຊື້ອໂຄວິດ 248.852 ຄົນ ເສຍຊີວິດ 9.677 ຄົນ, ສິງກະໂປ ຕິດເຊື້ອ 57.606 ຄົນ ເສຍຊີວິດ 27 ຄົນ, ມາເລເຊຍ ມີຜູ້ຕິດເຊື້ອ 10.276 ຄົນ ເສຍຊີວິດ 130 ຄົນ, ມຽນມາ ຕິດເຊື້ອສະສົມ 6.151 ຄົນ ເສຍຊີວິດ 100 ຄົນ.