ອາຄານທີ່ຢູ່ອາໄສ ຖະຫຼົ່ມໃນອິນເດຍເສຍຊີວິດ 13 ຄົນ

  ວັນທີ 21 ກັນຍາທີ່ຜ່ານມາ ເກີດເຫດອາຄານທີ່ຢູ່ອາໄສສູງ 4 ຊັ້ນໃນອິນເດຍໄດ້ຖະຫຼົ່ມໃນນອກນະຄອນມູມໄບ ລັດມະຫາຣາບຣະທາງພາກກາງຂອງອິນເດຍ ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 13 ຄົນ ແລະໄດ້ຮັບບາດເຈັບ 11 ຄົນ.

  ຕາມຂ່າວຕ່າງປະເທດລາຍງານວ່າມີຜູ້ເສຍຊີວິດ 13 ຄົນ ແລະບາດເຈັບ 11 ຄົນ ຈາກອາຄານທີ່ຢູ່ອາໄສ 4 ຊັ້ນ ຖະຫຼົ່ມລົງມາໃນວັນທີ 21 ກັນຍານີ້ ແລະຍັງມີຜູ້ຕິດຢູ່ຊາກອາຄານອີກ 25 ຄົນ ຂະນະນີ້ເຈົ້າໜ້າທີ່ກູ້ໄພໄດ້ສົ່ງໜ່ວຍກູ້ໄພໄປຊ່ວຍເຫຼືອແລ້ວເຫດອາຄານຖະຫຼົ່ມເກີດຂຶ້ນຢູ່ອິນເດຍຫຼາຍຄັ້ງໂດຍສະເພາະໃນໄລຍະລະດູຝົນເນື່ອງຈາກອາຄານເກົ່າແກ່ ແລະມັກກໍ່ສ້າງແບບຜິດກົດໝາຍສ່ວນອາຄານທີ່ເກີດເຫດໃນຄັ້ງນີ້ພວມຢູ່ໃນຂະບວນການສືບສວນ-ສອບສວນຫາສາເຫດທີ່ເກີດຂຶ້ນຢ່າງຮີບດ່ວນ.

    ຊຶ່ງລັດມະຫາຣາບຣະເປັນໜຶ່ງໃນພື້ນທີ່ໆພົບການແຜ່ລະບາດຂອງເຊື້ອໂຄວິດ-19 ຮຸນແຮງທີ່ສຸດໃນອິນເດຍສະເພາະລັດນີ້ມີຜູ້ຕິດເຊື້ອແລ້ວຫຼາຍກວ່າ 1 ລ້ານຄົນ.