ຜັກຫົມບ້ານ ຊ່ວຍແກ້ຄັນຕາມຜິວໜັງແກ້ປະຈໍາເດືອນຢຸດ

  ຜັກຫົມບ້ານເປັນພືດປະເພດລົ້ມລຸກສາມາດນໍາໄປປຸງແຕ່ງອາຫານໄດ້ໂດຍການນໍາໄປຕົ້ມ ຫຼື ລວກໃຫ້ສຸກ, ນໍາເອົາໄປແກງກໍ່ໄດ້ຄືກັນ, ນອກຈາກຈະນໍາໄປປຸງແຕ່ງອາຫານໄດ້ແລ້ວຜັກຫົມບ້ານຍັງມີປະໂຫຍດຫຼາຍຢ່າງເຊັ່ນ: ຮາກຜັກຫົມບ້ານຊ່ວຍແກ້ໄຂ້, ບັນເທົາໄຂ້ຫວັດ ຕ່າງໆໄດ້.

  • - ໃບ: ນໍາມາປຸງເປັນຢາແກ້ຄັນຕາມຜິວໜັງໃຊ້ຮາກນໍາໄປຕົ້ມກັບນໍ້າໃຊ້ອາບເພື່ອແກ້ອາການຄັນຕາມຜິວໜັງ.
  • - ຮາກ: ຊ່ວຍແກ້ປະຈໍາເດືອນທີ່ຢຸດມາກະທັນຫັນ ໂດຍໃຫ້ໃຊ້ນໍ້າຮ້ອນ 1 ລິດ ເທລົງໃສ່ຮາກຜັກຫົມບ້ານ 20 ກຣາມ ແລ້ວປະໄວ້ປະມານ 15 ນາທີ ຫຼັງຈາກນັ້ນໃຫ້ກອງເອົາຮາກອອກ, ສໍາຫຼັບຜູ້ໃຫຍ່ໃຫ້ດື່ມມື້ລະ 4-5 ຈອກ.