ເຄັດລັບ ຊ່ວຍກຳຈັດສິວສ້ຽນຢູ່ດັງໄດ້ແບບງ່າຍໆ

v  ເຊື່ອວ່າທຸກທ່ານໜ້າຈະມີ ບັນຫາສິວສ້ຽນຢູ່ດັງ   ແລະຈຸດຕ່າງໆເທິງໃບໜ້າຂອງທ່ານມື້ນີ້ໃນສາລະໜ້າຮູ້ກໍ່ເລີຍມີເຄັດລັບຊ່ວຍກຳຈັດ ສິວສ້ຽນຢູ່ດັງມາຝາກໄດ້ແບບງ່າຍໆຈະມີຫຍັງແດ່ນັ້ນໄປຮູ້ພ້ອມ ກັນເລີຍ.

ສິ່ງທີ່ຕ້ອງກຽມ:

  1. ຜ້າຂົນໜູຈຸບນໍ້າອຸ່ນ.
  2. ເກືອເມັດນ້ອຍລະອຽດເຊັ່ນ ເກືອສຳເລັດຮູບຕ່າງໆ.
  3. ນໍ້າໝາກນາວ 1 ປ່ຽງ.
  4. ນໍ້າເຜິ້ງ 1 ບ່ວງກາເຟ.

  ວິທີເຮັດ: ເລີ່ມຈາກການເອົາ ຜ້າຂົນໜູຈຸບນໍ້າອຸ່ນໂປ໊ະໄວ້ດັງປະ ມານ 10 ນາທີ  ເພື່ອໃຫ້ສິວສ້ຽນທີ່ ເປັນໄຂມັນຢູ່ໃນຮູຂຸມຂົນໂຜ່ອອກ ມາກະທົບອາກາດມັນຈະເປັນກ້ອນ ແຂງໆເພາະສະນັ້ນເຮົາເລີຍຕ້ອງ ມາລະລາຍດວ້ຍນໍ້າຮ້ອນທີ່ມີຈາກ ຜ້າພໍໄຂມັນເລີ່ມແຫຼວໆໄຫຼອອກມາເລັກນ້ອຍເພື່ອໃຫ້ຮູຂຸມຂົນເປີດ ອອກແລ້ວເອົາເກືອນໍ້າໝາກນາວນໍ້າເຜີ້ງ ທີ່ປະສົມກັນແລ້ວມາທາໃສ່ຈຸດທີ່ເກີດສິວສ້ຽນຫຼັງຈາກນັ້ນນວດແບບຄ່ອຍໆປະມານ 10 ນາທີ ຫຼັງຈາກນັ້ນໃຊ້ຜ້າຂົນໜູໂຕເກົ່າ ເຊັດອອກຄ່ອຍໆແລ້ວລ້າງໜ້າ ດວ້ຍນໍ້າປົກກະຕິ  ຫຼື  ຈະນຳນໍ້າກ້ອນ ມາໂປ໊ະປະມານ 15 ວິນາທີ ເພື່ອ ໃຫ້ຮູຂຸມຂົນຫົດຕົວລົງ.

ຮຽບຮຽງໂດຍ: ຟ້າ