ເສດຖະກິດອັດຕະປື ສືບຕໍ່ຂະຫຍາຍຕົວຕໍ່ເນື່ອງ ສະເລ່ຍ 7,5% ຕໍ່ປີ

  ເສດຖະກິດແຂວງອັດຕະປື ນໄລຍະ 5 ປີຜ່ານມາແຕ່ປີ 2016-2020 ແມ່ນໄດ້ສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງໃນຈັງຫວະສະເລ່ຍ7,5% ຕໍ່ປີເຮັດໃຫ້ລວມຍອດຜະລິດຕະພັນພາຍໃນສະເລ່ຍຕໍ່ຫົວຄົນບັນລຸ 2 ພັນກວ່າ ໂດລາສະຫະລັດ, ໂຄງປະກອບເສດຖະກິດໄດ້ຫັນປ່ຽນໄປຕາມທິດຫັນເປັນອຸດສາຫະກໍາ ແລະທັນສະໄໝເທື່ອລະກ້າວ.

 ທ່ານ ອຸ່ນຫຼ້າ ໄຊຍະສິດ ຮອງເຈົ້າແຂວງອັດຕະປື ລາຍງານຕໍ່ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງອັດຕະປືຄັ້ງທີ XI ໃນວັນທີ17 ກັນຍາ 2020 ນີ້ວ່າ: ເຖິງແມ່ນວ່າແຂວງອັດຕະປືຈະພົບຄວາມຫຍຸ້ງຍາກຫຼາຍດ້ານທີ່ບໍ່ເອື້ອອຳນວຍຕໍ່ການພັດທະນາເສດຖະກິດ-ສັງຄົມໃນໄລຍະ 5 ປີ ຜ່ານມາກໍຕາມ,ພາຍໃຕ້ການຊີ້ນໍາ-ນຳພາຂອງຄະນະພັກ-ອົງການປົກຄອງທຸກຂັ້ນ, ຄວາມບຸກບືນຜ່ານຜ່າຂອງບັນດາຂະແໜງການ ແລະທ້ອງຖິ່ນ, ລວມທັງການປະກອບສ່ວນອັນສຳຄັນຂອງຜູ້ປະກອບການທຸລະກິດ ແລະປະຊາຊົນບັນດາເຜົ່າໄດ້ເຮັດໃຫ້ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ໄດ້ຮັບການຈັດຕັ້ງປະຕິບັດມີຜົນສຳເລັດຢ່າງຕໍ່ເນື່ອງ, ສະເລ່ຍ 7,5% ຕໍ່ປີ, ໃນນັ້ນຂະແໜງກະສິກໍາກວມເອົາ 23,39%, ທຽບໃສ່ປີ 2015 ຫຼຸດລົງ 4,83%, ຂະແໜງອຸດສາຫະກຳກວມເອົາ 36,87%, ທຽບໃສ່ປີ 2015 ເພີ່ມຂຶ້ນ 0,57%, ຂະແໜງບໍລິການກວມເອົາ 39,74%, ທຽບໃສ່ປີ 2015 ເພີ່ມຂຶ້ນ 4,29%.

  ຂະນະດຽວກັນການລົງທຶນລວມທັງສັງຄົມປະຕິບັດໄດ້ທັງໝົດ 6.743 ຕື້ກີບ ເທົ່າກັບ 95% ຂອງແຜນການ, ການເກັບລາຍຮັບງົບປະມານພາຍໃນແຂວງປະຕິບັດ ໄດ້ 686,24 ຕື້ກີບ ລື່ນແຜນ 14,37%, ມູນຄ່າການສົ່ງອອກສີນຄ້າອຸດສາຫະກໍາປຸງແຕ່ງປະຕິບັດໄດ້ 393,82 ລ້ານໂດລາ, ກວມເອົາ 87%, ດ້ານການຜະ ລິດ ແລະການບໍລິການມີທ່າຂະຫຍາຍຕົວ ແລະສາມາດຕອບສະ ໜອງໃຫ້ແກ່ສັງຄົມໄດ້ໂດຍພື້ນຖານເປັນຕົ້ນການຜະລິດເຂົ້າໃນ 5 ປີມີເນື້ອທີ່ 123.170 ເຮັກຕາ, ຜົນຜະລິດໄດ້ 320.601 ໂຕນ, ເທົ່າກັບ 64% ຂອງແຜນການ, ສະເລ່ຍເຂົ້າເປືອກຕໍ່ຄົນຕໍ່ປີໄດ້ 414 ກິໂລ, ອັດຕາການຂະຫຍາຍຕົວຂອງຝູງສັດສະເລ່ຍ 5% ຕໍ່ປີ,ການຜະລິດເປັນສີນຄ້າກໍ່ໄດ້ຮັບການສົ່ງເສີມຈາກພາກລັດ ແລະຜູ້ປະກອບການຫຼາຍຂຶ້ນ ໂດຍສະເພາະໃນຂົງເຂດກະສິກໍາ ແລະອຸດສາຫະກໍາປຸງແຕ່ງຜົນຜະລິດກະສິກໍາເຊັ່ນ: ການປູກມັນຕົ້ນມີເນື້ອທີ່ 12.044 ເຮັກຕາ, ຜົນຜະລິດໄດ້ 4 ແສນກວ່າໂຕນ, ການປູກອ້ອຍມີເນື້ອທີ່ 24.953 ເຮັກຕາ, ຜົນຜະລິດໄດ້ 1,931 ລ້ານໂຕນ, ປູກກາເຟມີເນື້ອທີ 7.097 ເຮັກຕາ, ຜົນຜະລິດໄດ້ 9.241 ໂຕນ, ປູກໝາກກ້ວຍເນື້ອທີ່ 8.997 ເຮັກຕາ, ຜົນຜະລິດໄດ້ 4,35 ແສນໂຕນ, ຜະລິດຊີ້ນ, ປາ ແລະ ໄຂ່ເພື່ອຕອບສະໜອງຕະຫຼາດພາຍໃນໄດ້ຢ່າງພຽງພໍ, ອັດຕາການບໍລິໂພກຊີ້ນປາ ແລະໄຂສະເລ່ຍ 46 ກິໂລຕໍ່ຄົນຕໍ່ປີ, ດ້ານອຸດສາຫະກໍາໄດ້ປັບປຸງ ແລະດັດສົມໂຮງງານປຸງແຕ່ງໄມ້ ແລະໂຮງງານເຟີນິເຈີຈາກ 36 ແຫ່ງມາເປັນ 32 ແຫ່ງ, ຄຸ້ມຄອງ, ຊຸກຍູ້ສົ່ງເສີມວິສາຫະກິດຂະໜາດກາງ ແລະນ້ອຍໃຫ້ມີຄວາມເຂັ້ມແຂງ, ຮັບຮອງຜະລິດຕະພັນໂອດ໋ອບໄດ້ 6 ລາຍການ, ຕານ່າງເສັ້ນທາງຄົມມະນາຄົມທົ່ວແຂວງມີຄວາມຍາວ 1,5 ພັນກິໂລແມັດ, ທຽບໃສ່ປີຜ່ານມາເພີ່ມຂຶ້ນ 113,76 ກິ ໂລແມັດ ເຮັດໃຫ້ທຸກບ້ານມີເສັ້ນທາງເຂົ້າເຖິງ,ທຸກບ້ານມີໄຟຟ້າຊົມໃຊ້,ມີ 29.029 ຄົວເຮືອນໄດ້ຊົມໃຊ້ໄຟຟ້າ,ກວມເອົາ 95% ຂອງຄົວເຮືອນທັງໝົດທົ່ວແຂວງ, ລະ ບົບສັນຍານໂທລະສັບໄດ້ກວມເອົາທຸກບ້ານທົ່ວແຂວງ, ມີທັງ ໝົດ 215.883 ໝາຍເລກການບໍລິການອິນເຕີກວມເອົາ 54% ຂອງປະຊາກອນ.

  ທ່ານ ອຸ່ນຫຼ້າ ໄຊຍະສິດ ຮອງເຈົ້າແຂວງອັດຕະປືໄດ້ກ່າວຕື່ມວ່າ: ຜົນສຳເລັດດັ່ງກ່າວ, ກໍຍ້ອນວ່າແຂວງອັດຕະປືສືບຕໍ່ມີສະຖຽນລະພາບທາງດ້ານການເມືອງທີ່ໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະເປັນລະບຽບຮຽບຮ້ອຍ, ເສດຖະກິດມີການຂະຫຍາຍຕົວຢ່າງຕໍ່ເນື່ອງຊຶ່ງໄດ້ກາຍເປັນປັດໄຈພື້ນຖານໃຫ້ແກ່ການພັດທະນາເສດ ຖະກິດ-ສັງຄົມເຕີບໃຫຍ່ ແລະຂະຫຍາຍຕົວຢ່າງຕໍ່ເນື່ອງ.

____________

ຂຽນໂດຍ: ວັດທະນາ ຫຼວງອາໄພ

ຮູບພາບ#ຫນັງສືພິມເສດຖະກິດສັງຄົມ