ເຕັກນິກການປູກຕົ້ນໝາກຂີ້ຫູດ

  ໝາກຂີ້ຫູດ ເປັນພືດສວນຄົວຊະນິດໜຶ່ງທີ່ໃຫ້ປະໂຫຍດຫຼາຍຢ່າງໂດຍສະເພາະແມ່ນໃບຂອງມັນທີ່ນໍາມາປະກອບໃສ່ປຸງແຕ່ງອາຫານໃຫ້ມີກິ່ນຫອມ ແລະດັບກິ່ນຄາວໄດ້ອີກ,ທີ່ສໍາຄັນປູກພຽງຄັ້ງດຽວສາມາດເກັບຜົນຜະລິດໄດ້ຍາວນານບໍ່ເປືອງຕົ້ນທຶນການຜະລິດພຽງແຕ່ປູກ ແລະບົວລະບັດໃຫ້ຖືກວິທີເທົ່ານັ້ນ,ນອກຈາກນີ້ພືດດັ່ງກ່າວຍັງສາມາດຂາຍເປັນສິນຄ້າໄດ້ທັງໃບ ແລະໝາກນໍາອີກ.

  ໝາກຂີ້ຫູດເປັນພືດທີ່ປູກ ແລະດູແລຮັກສາງ່າຍ ບໍ່ມີບັນຫາເລື່ອງພະຍາດ ຫຼືສັດຕູພືດອື່ນໆ ມາກວນໃຈ, ຖ້າໃຜທີ່ມີຄວາມສົນໃຈປູກເປັນສິນຄ້າໃຫ້ປູກໃນໄລຍະຫ່າງ 1x1 ແມັດ, ໄດ້ປະມານ 800 ຕົ້ນຕໍ່ໄລ່ຊຶ່ງເໝາະສໍາລັບປູກເພື່ອໃຫ້ໄດ້ໃບຂີ້ຫູດດົກໜາແຕ່ໄລຍະຫ່າງທີ່ເໝາະສົມໃນການປູກເພື່ອໃຫ້ໄດ້ໝາກຂີ້ຫູດໂດຍສະເພາະກົ້ນຂຸມດ້ວຍຂີ້ງົວປະສົມດິນ, ຫຼັງຈາກນັ້ນ, ກໍນໍາເບ້ຍໝາກຂີ້ຫູດລົງປູກພ້ອມຄູນດິນຖົມໄວ້ແລ້ວນໍາເຟືອງປົກໄວ້ຫົດນໍ້າສະໝໍ່າສະເໝີຈົນກວ່າມັນຈະເຕີບໂຕ, ທີ່ສໍາຄັນໃຫ້ເຮັດຫຼັກປັກກັບຕົ້ນເພື່ອກັນບໍ່ໃຫ້ລົມພັດລົ້ມຈົນກວ່າຕົ້ນໝາກຂີ້ຫູດຈະແຂງແຮງ.

  ສ່ວນການໃຫ້ນໍ້າຄວນເຮັດເປັນລະບົບສະປຣິງເກີ ເພື່ອຫຼຸດຜ່ອນການໃຊ້ແຮງ ແລະຍັງສາມາດຫົດນໍ້າໃສ່ຕົ້ນໝາກຂີ້ຫູດໄດ້ທົ່ວເຖິງທັງຕົ້ນ ແລະໃບ, ໄລຍະເວລາແມ່ນ 2x2 ແມັດ ຫຼື 4x4 ແມັດ ກໍໄດ້ເທົ່າກັບວ່າ 400 ຕົ້ນຕໍ່ໄລ່.

  ສຳລັບວິທີການປູກແມ່ນໃຫ້ເລືອກພື້ນທີ່ດິນປົນຊາຍ ຫຼືພື້ນທີ່ມີການລະບາຍນໍ້າທີ່ດີ, ຂຸດຂຸມໃຫ້ກວ້າງ, ເລິກ, ຍາວປະມານ 50x50x50 ຊັງຕີແມັດ ຮອງເກັບກ່ຽວໂດຍສະເລ່ຍແລ້ວປູກໝາກຂີ້ຫູດອາຍຸປະມານ 3 ຫາ 5 ປີ ສາມາດເກັບຜົນຜະລິດໄດ້ຊຶ່ງຕົ້ນໝາກຂີ້ຫູດຕົ້ນໜຶ່ງສາມາດຕັດໃບອອກຂາຍໄດ້ 30 ຫາ 40 ກິໂລກຣາມຂຶ້ນໄປ.

--------------

 #ຫນັງສືພິມເສດຖະກິດສັງຄົມ