ວິທີກຳຈັດຂີ້ໄຄ ດ້ວຍສະໝຸນໄພໃກ້ຕົວ

ຂີ້ໄຄ  ເກີດຈາກຫຼາຍສາເຫດທັງຈາກກາຍະພາບຂອງແຕ່ລະຄົນ, ອຸນຫະພູມ, ສະພາບແວດລ້ອມ ໂດຍສະເພາະຄົນທີ່ເຮັດວຽກໃນບ່ອນທີ່ແດດ, ມີເຫື່ອ ອອກຫຼາຍໝົດມື້ຈະເຮັດໃຫ້ມີຂີ້ໄຄຫຼາຍກວ່າຄົນທີ່ ເຮັດວຽກໃນຫ້ອງການຢ່າງແນ່ນອນ ແລະ ບາງຄັ້ງຍັງສົ່ງຜົນເຮັດໃຫ້ເກີດກິ່ນຕົວທີ່ຮຸນແຮງ.

  1. ຂັດຜິວດ້ວຍກາກກາເຟ: ດ້ວຍການເອົາກາກ ກາເຟຈາກຮ້ານກາເຟສົດແລ້ວເອົາມາຂັດຜິວຂອງ ເຮົາໃຫ້ທົ່ວຈະຊ່ວຍຂັດຂີ້ໄຄໃຫ້ອອກໄດ້ດີ  ແລະຊ່ວຍ  ໃຫ້ຜິວນຸ່ມອີກດ້ວຍ.
  2. ກຳຈັດຂີ້ໄຄດ້ວຍໝາກຂາມປຽກ: ໃຫ້ເອົາ ໝາກຂາມປຽກຂັດຜິວຈົນທົ່ວແລ້ວປະໄວ້ 3-5 ນາທີ ແລ້ວເອົາໃຍບວບມາຂັດຊໍ້າອີກຄັ້ງແຕ່ຄວນຂັດ ຄ່ອຍໆດ້ວຍມື, ຈາກນັ້ນກໍລ້າງອອກແລ້ວອາບນໍ້າ ຟອກສະບູຕາມປົກກະຕິ,  ວິທີນີ້ເຮັດອາທິດລະ 2  ເທື່ອ ຈະຊ່ວຍຂັດຂີ້ໄຄໄດ້ດີ ແລະເຮັດໃຫ້ຜິວນຸ້ມອີກດ້ວຍ.

3. ໃຊ້ເກືອຂັດຜິວ: ເກືອຂັດຜິວທີ່ປະສົມວິຕາມິນ ຫຼາຍໆຊະນິດຄວນຊື້ມາຂັດຜິວອາທິດລະ 2 ຄັ້ງ ເພື່ອຊ່ວຍໃນເລື່ອງຂອງການຂັດເຊວຜິວ ແລະກຳຈັດ              ຄາບເຫື່ອໄຫຼຕ່າງໆໃຫ້ຫຼຸດອອກໄປໃຫ້ໝົດ.