ກ້ານທູນ ຊ່ວຍດູດນໍ້າໜອງຢູ່ໃນຝີ

  ທູນເປັນພືດລົ້ມລຸກຫຼາຍປີ, ມີຂະໜາດໃຫຍ່ທັງຕົ້ນ ແລະໃບສູງປະມານ 3 ແມັດ, ລຳຕົ້ນເທິງ ໜ້າດິນອວບ, ໃບດ່ຽວຂະໜາດໃຫຍ່, ກ້ານໃບສີຂຽວຈາງກ້ານທູນຈະພົບເຫັນວ່າຂາຍຕາມທ້ອງຕະຫຼາດເພີ່ນຈະຕັດເອົາແຕ່ກ້ານມາກິນເປັນຜັກກັບແຈ່ວເຊັ່ນແຈ່ວປາ, ແຈ່ວໜໍ່ໄມ້ສົ້ມ ແລະກັບໝ່ຽງຕ່າງໆສ່ວນໃບແມ່ນເອົາເປັນເຮັດຫໍ່ມົກ ແລະອື່ນໆ ຈະເຫັນຫຼາຍໃນລະດູຝົນເພາະວ່າລະດູຝົນມັນຈະເລີນເຕີບໂຕໄດ້ດີເພາະວ່າມັນມັກນໍ້າ.

  ກ້ານທູນຊ່ວຍດູດນໍ້າໜອງຢູ່ໃນຝີນຳເອົາກ້ານອ່ອນມາຕຳໃຫ້ມຸ່ນແລ້ວເອົານໍ້າມັນພືດໃສ່ໃຫ້ພໍມື່ນໆຫຼັງຈາກນັ້ນເອົາມາຫໍ່ໃສ່ຕອງແລ້ວນຳໄປໝົກໄຟໃຫ້ຮ້ອນແລ້ວນຳມາໂພະໃສ່ບໍລິເວນທີ່ເປັນຝີເພາະຈະຊ່ວຍດູດນໍ້າໜອງອອກໄດ້.

----

ຮຽບຮຽງໂດຍ: ຟ້າ