ຣັດເຊຍຈະສົ່ງຢາປິ່ນປົວໂຄວິດໃຫ້ອີກ 17 ປະເທດ

  ກອງທຶນຄວາມໝັ້ນຄົງແຫ່ງຊາດຂອງຣັດເຊຍ ແລະເຄມຣາບໍ ລິສັດຢາ ແລະເຕັກໂນໂລຊີຊີວະພາບຂອງຣັດເຊຍຈະຈັດສົ່ງອາວີຟາເວຍ (Avifavir) ຢາປິ່ນປົວພະຍາດໂຄວິດໃຫ້ອີກ 17 ປະເທດຫຼັງຈາກຈັດສົ່ງໄປແລ້ວ 6 ປະເທດ.

  ຕາມຂ່າວຕ່າງປະເທດລາຍງານວ່າ ກະຊວງສາທາລະນະສຸກຣັດເຊຍ ອະນຸມັດໃຫ້ໃຊ້ຢາຊະນິດນີ້ໃນເດືອນພຶດສະພາທີ່ຜ່ານມາ ພັດທະນາມາ ຈາກຟາວິພິຣາເວຍ ຊຶ່ງເປັນຢາຕ້ານໄວຣັດທີ່ພັດທະນາ ແລະໃຊ້ຢ່າງກວ້າງຂວາງໃນຍີ່ປຸ່ນ, ກອງທຶນລົງທຶນໂດຍກົງຣັດເຊຍ (ອາດີໄອເອຟ) ທີ່ເປັນກອງທຶນຄວາມໝັ້ນຄົງແຫ່ງຊາດຂອງລັດຖະບານຣັດເຊຍຖະແຫຼງວ່າ ຜົນການທົດລອງທາງຄລິນິກຂອງຣັດເຊຍ ແລະຍີ່ປຸ່ນຢືນຢັນວ່າ ມີປະສິດ ທິພາບໃນການປິ່ນປົວຄົນເຈັບທີ່ຕິດເຊື້ອໂຄວິດ-19 ແລະມີລາຄາຖືກກວ່າ ເຣມເດຊິເວຍຂອງຣັດເຊຍຖືກກວ່າຂອງອາເມ ລິກາ 3-4 ເທົ່າ, ຊຶ່ງອາດີໄອ ເອຟ ຈັດສົ່ງອາວິຟາເລຍໃຫ້ກັບ ເບລາຣຸຍຊີ, ໂບລິວີ, ກາຊັກສະ ຖານ, ຄີກິດສະຖານ, ຕຽກເມນິດສະຖານ ແລະອຸດເບກິດສະຖານໄປແລ້ວ ແລະຈະຈັດສົ່ງໃຫ້ອີກ 17 ປະເທດປະກອບມີ ອາກຊັງຕິນ, ບຣາຊິນ, ຊີລີ, ໂກໂລມບີ, ເອກວາດໍ, ຮອນດູຣັດ, ກູເວດ, ປານາມາ, ປາຣາໄກວ, ຊາອຸດິດ ອາຣັບບີ, ເຊີບີ, ສະໂລວາກີ, ອາຟຣິກາໃຕ້, ສະຫະລັດອາຣັບ ເອມິເຣດ ແລະອຸຣຸກໄກວ.

  ສ່ວນອາທິດທີ່ຜ່ານມາ ຣັດເຊຍອະນຸມັດໃຫ້ໃຊ້ຢາໂຄໂຣນາເວຍຂອງ ອາຣ-ຟາມ ປິ່ນປົວຄົນເຈັບທີ່ຕິດເຊື້ອໂຄວິດ-19 ປານກາງບໍລິສັດຄາດວ່າ ຈະສາມາດຈັດສົ່ງໄປຕາມຮ້ານຂາຍຢາທົ່ວປະເທດໄດ້ຢ່າງວ່ອງໄວທີ່ສຸດໃນອາທິດນີ້.

----

ໜັງສືພິມ ເສດຖະກິດ-ສັງຄົມ