ຫວຽດນາມ ສົ່ງເສີມການທ່ອງທ່ຽວຄືນໃໝ່

  ປະຈຸບັນ, ຂະແໜງການທ່ອງທ່ຽວພວມຄົ້ນຄວ້າ, ທາບທາມວິທີການສົ່ງເສີມການທ່ອງທ່ຽວຢ່າງມີປະສິດທິຜົນຈາກບາງປະເທດໃນໂລກ.

  ຕາມຂ່າວສານຫວຽດນາມລາຍງານວ່າ ການທ່ອງທ່ຽວແມ່ນຂະແໜງການພວມຖືກຜົນກະທົບໂດຍກົງ ແລະໜັກໜ່ວງຈາກໂລກລະບາດໂຄ ວິດ-19, ໄປຄຽງຄູ່ກັບການສຸມໃສ່ຊອກຫາມາດຕະການແກ້ໄຂຄວາມຫຍຸ້ງຍາກນັ້ນ, ບັນດາວິສາຫະກິດຂະແໜງການທ່ອງທ່ຽວກໍ່ພວມຄອງຄອຍ “ການຟື້ນຟູ”ຂອງຂະແໜງການທ່ອງທ່ຽວໂດຍໄວ, ບັນດາລາຍການສົ່ງເສີມການທ່ອງທ່ຽວພາຍໃນປະເທດ ສສ ຫວຽດນາມໄລ ຍະທີ 2 ຈະເອົາໃຈໃສ່ເຖິງປັດໄຈຮັບປະກັນຄວາມປອດໄພ ແລະມີຜະລິດຕະພັນການທ່ອງທ່ຽວທີ່ດຶງດູດໃຈລູກຄ້າ, ໄປຄຽງຄູ່ກັນນັ້ນ, ຫວຽດ ນາມ ກໍເລີ່ມເຊື່ອມຕໍ່ຄືນໃໝ່ບັນດາຖ້ຽວບິນການຄ້າສາກົນໄປຍັງບາງປະເທດຄູ່ຮ່ວມມື, ປະຈຸບັນ, ຂະແໜງການທ່ອງທ່ຽວພວມຄົ້ນຄວ້າ, ທາບທາມວິທີການສົ່ງເສີມການທ່ອງທ່ຽວຢ່າງມີປະສິດທິຜົນຈາກບາງປະເທດໃນໂລກ, ທ່ານ ລຶວດຶກເກ໊, ຮອງຜູ້ອຳນວຍການໃຫຍ່ບໍລິສັດຮຸ້ນສ່ວນໂຄສະນາການ ທ່ອງທ່ຽວຫວຽດ ໃຫ້ຂໍ້ສັງເກດວ່າ:“ບໍ່ພຽງແຕ່ມີແຕ່ລະວິສາຫະກິດສົ່ງເສີມເທົ່ານັ້ນ, ແຕ່ມັນຕ້ອງມີນະໂຍບາຍສັງ ລວມ, ຖ້າລັດມີການໜູນຊ່ວຍ ຈະຊ່ວຍໃຫ້ເປັນຜົນດີຕໍ່ຜູ້ໄປທ່ຽວຄືດັ່ງບັນດາປະເທດສິງກະໂປ, ຍີ່ປຸ່ນ, ໄທ, ອີຕາລີ ກໍ່ລ້ວນແຕ່ເຮັດຄືແນວນັ້ນ.”

  ໃນສະພາບການໃໝ່, ຄວນຄິດໄລ່ເຖິງວິທີການສ້າງໂຄງປະກອບວິສາຫະກິດການທ່ອງທ່ຽວ, ຜະລິດຕະພັນການທ່ອງທ່ຽວ, ໂຄສະນາ, ສົ່ງ ເສີມສະຖານທີ່ທ່ອງທ່ຽວຄືນໃໝ່ ເພື່ອຕອບສະໜອງຄວາມຕ້ອງການ ແລະທ່າອ່ຽງໃໝ່ຂອງຕະຫຼາດການທ່ອງທ່ຽວພາຍໃນປະເທດ.

----

ໜັງສືພິມ ເສດຖະກິດ-ສັງຄົມ