ຈີນປ່ອຍສິນເຊື່ອ 3,23 ພັນຕື້ຢວນ

  ເດືອນມັງກອນປີນີ້ ທະນາຄານການຄ້າ ສປ ຈີນ ປ່ອຍສິນເຊື່ອໃໝ່ຫຼາຍເປັນປະຫວັດສາດເຖິງ 3,23 ພັນຕື້ຢວນ ເພາະທາງການພະຍາ ຍາມກະຕຸ້ນການລົງທຶນທີ່ອ່ອນແອ ແລະປ້ອງ ກັນເສດຖະກິດລໍຕົວລົງ.

ຕາມຂ່າວຕ່າງປະເທດລາຍງານໃນທ້າຍ ອາທິດທີ່ຜ່ານມາວ່າ ຕົວເລກສິນເຊື່ອດັ່ງກ່າວ ສູງກວ່າເດືອນມັງກອນປີກ່ອນທີ່ປ່ອຍສິນເຊື່ອຢູ່ທີ່ 2,9 ພັນຕື້ຢວນ ແລະສູງກວ່ານັກວິເຄາະ ຄາດຄະເນວ່າ ຈະປ່ອຍສິນເຊື່ອ 2,8 ພັນຕື້ຢວນ ທຽບກັບເດືອນທັນວາປີກ່ອນທີ່ປ່ອຍພຽງ 1,08 ພັນຕື້ຢວນ ນັກວິເຄາະຈີນຄາດວ່າ ເຖິງແມ່ນວ່າ ບໍ່ຄວນນຳເອົາຕົວເລກພຽງເດືອນດຽວມາອ້າງອີງແຕ່ຕົວເລກທີ່ເພີ່ມຂຶ້ນນີ້ເປັນສັນຍານ ວ່າ ການຂະຫຍາຍຕົວຂອງສິນເຊື່ອຈີນກຳລັງຈະຫຼຸດພົ້ນອອກຈາກຈຸດຕໍ່າສຸດແລ້ວ, ຕອບສະໜອງຕໍ່ມາດຕະການຫຼຸດຜ່ອນນະໂຍບາຍການ ເງິນຂອງທາງການ, ຖ້າຫາກສິນເຊື່ອຟື້ນຕົວ ແບບນີ້ຕໍ່ໄປອີກຫຼາຍເດືອນກໍຈະເປັນໄປຕາມທີ່ ຄາດວ່າ ເສດຖະກິດຈະເຕີບໂຕຢ່າງມີສະຖຽນລະພາບໃນໄລຍະທ້າຍປີນີ້ ເພາະກວ່າສິນເຊື່ອ ໃໝ່ຈະກະຕຸ້ນໃຫ້ເກີດກິດຈະກຳໃໝ່ໆຕ້ອງໃຊ້ເວ ລາປະມານ 6-9 ເດືອນ.

  ທະນາຄານກາງຈີນລະບຸວ່າ ສິນເຊື່ອໃໝ່ 80% ໃນເດືອນມັງກອນນີ້ເປັນການປ່ອຍໃຫ້ຂະແໜງທຸລະກິດ ທີ່ເພີ່ມຂຶ້ນຫຼາຍເມື່ອທຽບໃສ່ເດືອນທັນວາທີ່ປ່ອຍໃຫ້ຂະແໜງທຸລະກິດພຽງ 44%, ໂດຍຫວັງໃຫ້ທະນາຄານມີສະພາບຄ່ອງ ເພື່ອປ່ອຍສິນເຊື່ອຫຼາຍຂຶ້ນ ນອກຈາກນີ້ຍັງຫຼຸດອັດຕາດອກເບ້ຍອ້າງອິງເພື່ອໃຫ້ຕົ້ນທຶນການ ເງິນຂອງທຸລະກິດຕໍ່າລົງ ແລະບີບໃຫ້ທະນາຄານ ຕ້ອງປ່ອຍສິນເຊື່ອຫຼາຍຂຶ້ນ.

ໂດຍ: ບຸນທີ