ດອກລໍາໄຍ ມີສັບພະຄຸນຢ່າງຫຼວງຫຼາຍຕໍ່ຮ່າງກາຍ

 ໝາກລໍາໄຍ ຖືເປັນໝາກໄມ້ອີກຊະນິດໜຶ່ງຊຶ່ງມີສັບພະຄຸນຢ່າງຫຼວງຫຼາຍໃນນັ້ນ, ໝາກລໍາໄຍຍັງມີລົດຊາດຫວານຊຶ່ງລໍາໄຍປະກອບດ້ວຍວິຕາມິນ ແລະແຮ່ທາດຕ່າງໆມີປະໂຫຍດຕໍ່ຮ່າງກາຍເຊັ່ນ: ຄາໂບໄຮເລດ, ໂປຕີນທາດເຄວຊຽມ, ທາດຟໍສະຟໍຣາດ, ທາດໂພແທດຊຽມ, ທາດເຫຼັກ, ວິຕາມິນຊີ, ວິຕາມິນບີ 12 ເປັນຕົ້ນ ນອກຈາກນັ້ນ, ຍັງສາມາດເປັນແກ້ດີເຈັບທ້ອງ ແລະປິ່ນປົ່ວໄຂຍຸງ,ບັນເທົາອາການລິດສີດວງ ແລະຊ່ວຍໃຫ້ນອນຫຼັບສະບາຍ ແລະຊ່ວຍຈະເລີນອາຫານ,ຊ່ວຍຮັກສາອາການຫວັດດ້ວຍການນໍາໃບມາຕົ້ມແລ້ວດື່ມ.

   ນອກຈາກນັ້ນຊ່ວຍຮັກສາໂລກມາລາເລຍດ້ວຍການນໍາໃບສົດປະມານ 20 ກຣາມ ຕໍ່ນໍ້າ 2 ຈອກປະສົມກັບເຫຼົ້າ 1 ຈອກນໍາມາຕົ້ມລວມກັນໃຫ້ຮ້ອນຈົນນໍ້າເຫຼືອ 1 ຈອກແລ້ວນໍາມາດື່ມນອກຈາກນັ້ນ, ດອກລໍາໄຍຍັງສາມາດເປັນຢາຂັບຖ່າຍປັດສາວະ ແລະລະລາຍກ້ອນໜີ້ວໃນໄຕໄດ້.

________

ຮຽບຮຽງໂດຍ: ຟ້າ