ອາເມລິກາ ຈະຫ້າມຂາຍລົດໃຊ້ນ້ຳມັນໃນປີ 2035

  ຊານຟຣານຊີສໂກ ລັດແຄລິຟໍເນຍ ຂອງອາເມລິກາຈະຫ້າມຂາຍລົດທີ່ໃຊ້ນ້ຳມັນພາຍໃນປີ 2035 ເປັນຕົ້ນໄປ ເພື່ອແກ້ໄຂການປ່ຽນແປງສະພາບພູມອາກາດ.

  ຕາມຂ່າວຕ່າງປະເທດລາຍງານວ່າ ທ່ານ ແກວິນ ນີວຊຳ ຜູ້ວ່າການລັດ ແຄລິຟໍເນຍ ມີຄຳສັ່ງວ່າ ພາຍໃນປີ 2035 ລົດໂດຍສານທັງໝົດທີ່ຂາຍໃນລັດຈະຕ້ອງເປັນລົດທີ່ບໍ່ປ່ອຍມົນລະພິດ ເພື່ອແກ້ໄຂບັນຫາການປ່ຽນແປງຂອງສະພາບພູມອາກາດ ແລະບັນຫາອາກາດທີ່ເຕັມໄປດ້ວຍໝອກຄວັນ, ຫຼັງຈາກທີ່ຜ່ານມາ ຂະແໜງການຂົນສົ່ງໄດ້ສ້າງມົນລະພິດກາກບອນກວ່າ ເຄິ່ງໜຶ່ງຂອງລັດແຄລິຟໍເນຍ ແລະບາງສ່ວນຂອງລັດໄດ້ກາຍເປັນພື້ນທີ່ ທີ່ອາກາດເປັນມົນລະພິດຫຼາຍທີ່ສຸດໃນລັດຄຳສັ່ງດັ່ງກ່າວຖືເປັນຄວາມພະຍາຍາມໃນການເຮັດໃຫ້ລັດນີ້ພົ້ນຈາກການອາໄສ ເຊື້ອໄຟຟໍສຊິນ ທີ່ສ້າງບັນຫາການປ່ຽນແປງຂອງສະພາບອາກາດ. 

 ໂດຍຈະມີການປັບປຸງ ຂໍ້ບັງຄັບຕ່າງໆ ເພື່ອກຳນົດໃຫ້ຄົນສ່ວນບຸກຄົນ ແລະລົດກະບະໃໝ່ທີ່ຂາຍໃນລັດຈະຕ້ອງເປັນລົດທີ່ບໍ່ປ່ອຍມົນລະພິດທັງໝົດພາຍໃນປີ 2035 ແລະພາຍໃນປີ 2045 ສຳລັບລົດບັນທຸກຂະໜາດກາງ ແລະລົດບັນທຸກທີ່ໃຊ້ງານໜັກທັງໝົດ.

ໜັງສືພິມ ເສດຖະກິດ-ສັງຄົມ