ອິນເດຍຈະໃຫ້ເອກະຊົນຮ່ວມບໍລິຫານລົດໄຟ

  ລັດຖະບານອິນເດຍຈະໃຫ້ຂະແໜງເອກະຊົນເຂົ້າມາຮ່ວມບໍລິຫານລະບົບການລົດໄຟແຫ່ງຊາດທີ່ເກົ່າແກ່ ແລະຂາດທຶນເປັນເທື່ອທຳອິດ.

ຕາມຂ່າວຕ່າງປະເທດລາຍງານວ່າ ທ່ານ ນະເຣນ ທຣາໂມດີນາຍົກລັດຖະມົນຕີອິນເດຍຈະໃຫ້ພາກເອກະຊົນເຂົ້າມາຮ່ວມບໍລິຫານລະບົບລົດໄຟແຫ່ງຊາດຫຼັງຈາກຫຼາຍບໍລິສັດໃຫ້ຄວາມສົນໃຈໄດ້ແກ່ບໍລິສັດຈີເອັມອາອິນຟຣາສຣັກເຈີໃນອິນເດຍ, ອັນສະຕອມໃນຝຣັ່ງ ແລະບອມບາດີເຢໃນການາດາລັດຖະບານຈະໃຫ້ເອກະຊົນໂດຍໃຫ້ເອກະ ຊົນຄ່ອຍນຳລົດໄຟໃໝ່ເຂົ້າມາໃຫ້ບໍລິການ 151 ຂະບວນເລີ່ມຕັ້ງແຕ່ປີ 2032 ເພື່ອເສີມລົດໄຟຂອງການລົດໄຟອິນເດຍທີ່ປະຈຸບັນມີຢູ່ 13.000 ກວ່າຂະບວນຄວບຄຸມເຄືອຂ່າຍໄລຍະທາງ 68.000 ກິໂລແມັດ ຄາດວ່າຈະໃຊ້ເງິນລົງທຶນ 300 ຕື້ຣູປີ ຊຶ່ງບໍລິສັດທີ່ໄດ້ຮັບເລືອກຈະຕ້ອງຮັບຜິດຊອບເງິນທຶນການຈັດຫາການແລ່ນລົດ ແລະການສ້ອມແປງຂະບວນລົດໄຟໃໝ່ທັງໝົດຂະບວນລົດໄຟສ່ວນໃຫຍ່ຈະຕ້ອງຜະລິດໃນອິນເດຍອອກແບບໃຫ້ແລ່ນໄດ້ສູງສຸດ 160 ກິໂລແມັດຕໍ່ຊົ່ວໂມງ.

  ແຜນການນີ້ ຈະເປັນການປ່ຽນແປງຄັ້ງສຳຄັນຂອງລະບົບລົດໄຟອິນເດຍທີ່ເລີ່ມຕັ້ງແຕ່ປີ 1853 ຊຶ່ງ ຜູ້ນໍາອິນເດຍກ່າວໃນວັນທີ 16 ກັນ ຍາທີ່ຜ່ານມາລົດໄຟອິນເດຍຈະຕ້ອງໃຊ້ເງິນລົງທຶນ 50 ພັນຕື້ ຣູປີ ຈົນເຖິງປີ 2030 ໃນການຂະຫຍາຍເຄືອຂ່າຍເອກະຊົນເຂົ້າມາຮ່ວມບໍລິຫານ.

__________

ໜັງສືພິມເສດຖະກິດ-ສັງຄົມ