ອິນເດຍ-ຈີນ ມີພື້ນທີ່ປ່າເພີ່ມຂຶ້ນຫຼາຍສຸດ

  ອົງການນາຊາເປີດເຜີຍຜົນການວິໄຈ ທີ່ ບໍ່ໜ້າເຊື່ອວ່າ ປະເທດທີ່ມີປະຊາກອນຫຼາຍຕິດ ອັນດັບຂອງໂລກ ຄື ສປ ຈີນ ແລະອິນເດຍຈະກາຍເປັນສອງປະເທດທີ່ມີອັດຕາເພີ່ມຂຶ້ນຂອງ ພື້ນທີ່ປ່າສີຂຽວຫຼາຍທີ່ສຸດໃນຮອບ 20 ປີ.

  ຕາມຂ່າວຕ່າງປະເທດລາຍງານວ່າ ອົງ ການນາຊາໄດ້ເປີດເຜີຍຜົນການສຶກສາເກັບຂໍ້ ມູນດ້ານສິ່ງແວດລ້ອມພົບໃນວັນທີ 16 ກຸມພາ ຜ່ານມາວ່າ ຈີນ ແລະອິນເດຍຖືເປັນປະເທດທີ່ມີຈຳນວນປະຊາກອນຫຼາຍທີ່ສຸດໃນໂລກ ແຕ່ກາຍເປັນສ່ວນສຳຄັນທີ່ເພີ່ມພື້ນທີ່ສີຂຽວໃຫ້ກັບໂລກໃນໄລຍະ 20 ປີທີ່ຜ່ານມາ, ນັບຕັ້ງແຕ່ປີ 2000 ເປັນຕົ້ນມາ ພື້ນທີ່ສີຂຽວຂອງໂລກໄດ້ເພີ່ມຂຶ້ນ 5% ຫຼື ຫຼາຍກວ່າ 5 ລ້ານກິໂລແມັດມົນທົນ ຂະໜາດທຽບເທົ່າກັບພື້ນທີ່ປ່າອະເມຊອນ ໂດຍ ຈີນ-ອິນເດຍມີພື້ນທີ່ 1 ໃນ 3 ຂອງປະເທດທີ່ ເປັນພື້ນທີ່ສີຂຽວ, ຊຶ່ງຈີນສາມາດປູກປ່າເພີ່ມຂຶ້ນ ເຮັດໃຫ້ມີພື້ນທີ່ປ່າເປັນ 1 ໃນ 4 ຂອງໂລກ ເຖິງແມ່ນວ່າພື້ນທີ່ປູກຝັງຈະຄິດເປັນ 6,6% ຂອງໂລກກໍຕາມ ແຕ່ໃນໄລຍະ 20 ປີທີ່ຜ່ານມາ ທາງການຈີນໄດ້ລິເລີ່ມອະນຸລັກສິ່ງແວດລ້ອມ ແລະເພີ່ມພື້ນທີ່ປ່າເພີ່ມຂຶ້ນເຖິງ 42%, ໜຶ່ງໃນ ໂຄງການທີ່ພົບຄວາມສຳເລັດຄືການປູກພືດໃນທະເລຊາຍ ຄູບີສີ ທະເລຊາຍທີ່ໃຫຍ່ເປັນອັນດັບ 7 ຂອງໂລກ ເຮັດໃຫ້ພື້ນທີ່ 1 ໃນ 3 ຂອງທະເລຊາຍກາຍເປັນພື້ນທີ່ປູກພືດພັນຕ່າງໆຈາກຄວາມ ພະຍາຍາມຂອງຈີນ.

  ນອກຈາກນີ້ ລາຍງານຍັງພົບວ່າ ຈີນໄດ້ຄອບ ຄອງພື້ນທີ່ປ່າ 21,6% ແຕ່ໄດ້ຕັ້ງເປົ້າເພີ່ມເປັນ 23% ພາຍໃນປີ 2020 ແລະຈະເພີ່ມຂຶ້ນເປັນ 26% ກ່ອນເຖິງປີ 2050 ເຮັດໃຫ້ຂະນະນີ້ຈີນ ໄດ້ວາງມາດຕະການຕ່າງໆໃນການປູກປ່າ ແລະ ສ້າງພື້ນທີ່ອະນຸລັກທຳມະຊາດເພີ່ມຂຶ້ນ.