ເມືອງໄຊຍະບູລີ ປະຊຸມຜູ້ບໍລິຫານການສືກສາ

  ວັນທີ 28-29 ກັນຍາ 2020 ຜ່ານມາ ເມືອງໄຊຍະບູລີ ໄດ້ເປີດກອງປະຊຸມຜູ້ບໍລິຫານການສືກສາ ແລະກີລາທົ່ວເມືອງຂຶ້ນຢ່າງເປັນທາງ ການທີ່ຫ້ອງປະຊຸມໃຫຍ່ພະແນກສືກສາທິການ ແລະກີລາແຂວງໄຊຍະບູລີ ພາຍໃຕ້ການເປັນປະທານຂອງທ່ານ ຈັນທະວີ ວັນນະພາຜົນຫົວ ໜ້າຫ້ອງການສຶກສາທິການ ແລະກີລາເມືອງໄຊ ຍະບູລີ, ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ນາງ ພິລາວັນ ອົງແກ້ວ ຮອງເຈົ້າເມືອງໄຊຍະບູລີ ຜູ້ຊີ້ນໍາວຽກງານວັດທະນະທຳ-ສັງ ຄົມ, ທ່ານ ອ່ອນຕາ ພົມມະຈິດ ຫົວໜ້າພະແນກສຶກສາທິການ ແລະກີລາແຂວງ, ມີຫົວໜ້າຂະ ແໜງການພະແນກສຶກສາທິການ ແລະກີລາແຂວງ, ຜູ້ອໍານວຍການໂຮງຮຽນ, ຫົວໜ້າກຸ່ມໂຮງຮຽນພາກລັດ-ເອກະຊົນແລະພະນັກງານວິຊາ ການທີ່ກ່ຽວຂ້ອງເຂົ້າຮ່ວມ.

  ກອງປະຊຸມໄດ້ຮັບຟັງມະຕິກອງ ປະຊຸມຜູ້ບໍລິຫານການສຶກສາທົ່ວເເຂວງປະຈຳສົກຮຽນ 2019–2020, ຮ່າງບົດສະຫຼຸບ 5 ປີ (2016–2020) ແລະແຜນພັດ ທະນາການສຶກສາ 5 ປີ (2020– 2025) ຮ່າງບົດສະຫຼຸບການຈັດຕັ້ງປະຕິບັດແຜນພັດທະນາການສຶກສາ ແລະກີລາປະຈຳສົກຮຽນ 2019–2020 ແລະແຜນພັດທະນາການສຶກສາປະຈຳສົກຮຽນ (2020 - 2021), ແນະນໍາການປະເມີນມາດຕະຖານວຽກງານ 3 ສ້າງຂອງຂະແໜງການສຶກສາ ແລະກີລາ, ລາຍງານຜົນການປະ ເມີນນັກຮຽນເສັງຈົບຊັ້ນປະຖົມສຶກສາ (ຂັ້ນ) ປ5, ບົດວິໄຈຕົວຊີ້ບອກດ້ານການສຶກສາປະຈຳສົກຮຽນ 2019-2020, ການລົງຕິດຕາມຊຸກຍູ້ການຮຽນ-ການສອນຢູ່ກຸ່ມໂຮງຮຽນ, ລາຍງານຜົນການກວດກາປະຈຳປີ ແລະລາຍງານ ສະພາບບັນຫາດ້ານດີ, ດ້ານອ່ອນ, ຂໍ້ຫຍຸ້ງຍາກໃນການຄຸ້ມຄອງບໍລິຫານການສຶກສາຈາກຫົວໜ້າຂະແໜງຈັດຕັ້ງ-ພະນັກງານ, ຫົວໜ້າຂະແໜງການເງິນຂອງພະແນກສຶກສາທິການ ແລະກີລາແຂວງ, ຫົວໜ້າໜ່ວຍງານ, ຜູ້ອຳນວຍການໂຮງ ຮຽນທັງພາກລັດ, ເອກະຊົນພາຍໃນເມືອງໄຊຍະບູລີ.

  ຈາກນັ້ນທ່ານ ອ່ອນຕາ ພົມມະຈິດຫົວໜ້າພະແນກສຶກສາທິການ ແລະກີລາແຂວງກໍ່ໄດ້ໃຫ້ກຽດມີຄໍາເຫັນຕໍ່ຜູ້ບໍລິຫານການສຶກສາແຕ່ ລະຂັ້ນນໍາໄປຄົ້ນຄວ້າຈັດຕັ້ງເຂົ້າໃນວຽກງານຕົວຈິງບາງຕອນທ່ານກ່າວວ່າ: ສືບຕໍ່ເພີ່ມທະວີການສຶກສາອົບຮົມການເມືອງ-ແນວຄິດໃຫ້ ແກ່ຄູ-ອາຈານ, ນ້ອງນັກຮຽນ, ນັກສຶກສານັບທັງພາກລັດ ແລະເອກະຊົນໃຫ້ແຂງແຮງກວ່າເກົ່າເປັນຕົ້ນແມ່ນການຈັດຕັ້ງການຮໍ່າຮຽນກົດໝາຍ, ສຶກສາລົງເລິກແຕ່ລະເປົ້າໝາຍ, ພ້ອມນັ້ນກໍ່ເອົາໃຈໃສ່ປະຕິບັດ 4 ຂໍ້ແຂ່ງຂັນຂອງຂະແໜງການສຶກສາ: ສອນດີ-ຮຽນເກັ່ງ, ຕ້ານປາກົດການຫຍໍ້ທໍ້, ສ້າງສິ່ງແວດລ້ອມທີ່ດີໃນສະຖານການສຶກສາ ແລະກີລາ, ປະຕິບັດສິດ ແລະໜ້າທີ່ຕາມການແບ່ງຂັ້ນຄຸ້ມຄອງຕາມທິດ 3 ສ້າງທີ່ລະບຸໄວ້ໃນມາດຕາ 83-86 ຂອງກົດໝາຍວ່າດ້ວຍການສຶກສາສະບັບປັບປຸງ 2015, ເອົາໃຈໃສ່ກຳນົດຕຳແໜ່ງງານຜູ້ບໍລິ ຫານການສຶກສາແຕ່ລະຂັ້ນໃຫ້ມີການສືບທອດປ່ຽນແທນໂດຍໃຫ້ສົມທົບກັບຄະນະພັກບ້ານເພື່ອຄົ້ນຄວ້າດ້ວຍຄວາມເປັນເອກະພາບກັນ ແລະຕິດຕາມກວດກາການເກັບເງິນນຳນັກຮຽນທີ່ເກີນຕາມດຳລັດເລກທີ 003 ປະທານປະເທດກຳນົດໄວ້, ປັບປຸງແບບແຜນວິທີການເຮັດວຽກ-ວິທີການ ນຳພາຢ່າງແທດເໝາະເຖິງຮາກຖານຕິດພັນກັບວຽກງານ 3 ສ້າງພ້ອມນັ້ນກໍ່ເອົາໃຈໃສ່ວາຮາກຖານການສຶກສາ-ກີລາແມ່ນໂຮງຮຽນ ຊຶ່ງປະກອບມີ: ຄູ-ອາຈານ, ນັກຮຽນ ແລະຊຸມຊົນ, ໄດ້ແນະນໍາຖ້າສ້າງໄດ້ໂຮງຮຽນຕົວແບບ, ໂຮງຮຽນຄຸນນະພາບ ຈຶ່ງຈະເຮັດໃຫ້ການສຶກສາຂອງບ້ານພັດທະນາຕ້ອງໄດ້ປະກອບສ່ວນຢ່າງຕັ້ງໜ້າ, ຜູ້ອຳນວຍການໂຮງຮຽນຕ້ອງກຳ ໄດ້ 8 ໜ້າວຽກຂອງຕົນຄື: ການເມືອງແນວຄິດ, ວິຊາສະເພາະ, ຫ້ອງການ-ການເງິນ, ອາຄານສະຖານທີ່, ກິດຈະກໍານັກຮຽນ (ນອກຫຼັກສູດ), ວຽກອົງການຈັດຕັ້ງມະ ຫາຊົນ, ພົວພັນຊຸມຊົນ ແລະວິໄຈການສຶກສາ (ຜູ້ອຳນວຍການໂຮງຮຽນຕ້ອງຮູ້ວິໄຈສະພາບການຮຽນ-ການສອນພາຍໃນໂຮງຮຽນຂອງຕົນເພື່ອປັບປຸງເຂົ້າແຜນພັດທະນາໂຮງຮຽນ).

  ສຶກສາອົບຮົມນັກຮຽນນັກສຶກສາຢູ່ໃນຄວາມຮັບຜິດຊອບຂອງຕົນໃຫ້ຈັດຄຳສັ່ງ, ຂໍ້ກຳນົດກົດລະບຽບຂອງພັກ-ລັດວາງອອກຢ່າງເຂັ້ມ

ງວດ.

----

ໂດຍ: ລັດດາວອນ ແກ້ວໄພທູນ