ສັບພະຄຸນທາງຢາຂອງຕົ້ນສົ້ມມໍ

  ໝາກມີລົດສົ້ມຝາດໝາກອ່ອນຈະມີລິດເປັນຢາລະບາຍ ແລະສະໝານລຳໄສ້, ໝາກແກ່ຈະມີລິດຝາດສະໝານອອກລິດຕໍ່ປອດ, ກະເພາະ, ລຳໄສ້, ເປັນຢາລະຂັບຂີ້ກະເທີ່, ແກ້ຫຼອດລົມອັກເສບ, ຄໍອັກເສບ, ສຽງແຫບ, ລີ້ນໄກ່ອັກເສບ, ແກ້ລຳໄສ້ອັກເສບຊ້ຳເຮື້ອ, ໃຊ້ເປັນຢາສະໝານລຳໄສ້, ຫ້າມເລືອດທັງພາຍໃນ ແລະພາຍນອກ, ເຮັດໃຫ້ປອດຊຸ່ມຊື່ນ, ແກ້ໄອ, ພະຍາດທ້ອງມານນໍ້າ.

  ນອກຈາກນັ້ນ ນຳໝາກມາບົດລະອຽດໂຮຍໃສ່ບາດແຜແກ້ລົມຈຸກສຽດຊ່ວຍຈະເລີນອາຫານ, ເນື້ອຫຸ່ມແກ່ນ, ຮັກສາພະຍາດກ່ຽວກັບນໍ້າບີ, ຕັບມ້າມໃຫຍ່ ແລະເປືອກຕົ້ນຂັບປັດສະວະ, ບຳລຸງຫົວໃຈ, ຂັບນໍ້າເຫຼືອງເສຍ, ເປືອກຕົ້ນ ແລະແກ່ນແກ້ຖອກທ້ອງ.

----

ຮຽບຮຽງໂດຍ: ຟ້າ