ຣັດເຊຍພົບເພັດຮູບຫົວໃຈມີອາຍຸບໍ່ຕໍ່າກວ່າ 300 ລ້ານປີ

   ບໍລິສັດບໍ່ເພັດຂອງຣັດເຊຍ ເປີດໂຕເພັດຮູບຫົວໃຈທີ່ມີອາຍຸບໍ່ ຕໍ່າກວ່າ 300 ລ້ານປີໃນອາທິດທີ່ ຜ່ານມາ ຫຼັງຈາກຂຸດພົບໃນເດືອນມັງກອນທີ່ຜ່ານມາ.

ຕາມຂ່າວຕ່າງປະເທດດລາຍ ງານວ່າ ເພັດຄ້າຍຄືຮູບຫົວໃຈດັ່ງ ກ່າວ ຖືກຄົ້ນພົບໃນບໍ່ເພັດ ອູດັຊ ນາຍາ ໃນສາທາລະນະລັດຊາຮາ ຂອງຣັດເຊຍໃນວັນທີ 23 ມັງ ກອນທີ່ຜ່ານມາ ໂດຍມີນໍ້າໜັກ 65,7 ກະຣັດ ຫຼັງຈາກຜູ້ຊ່ຽວຊານ ກວດພົບວ່າ ເພັດດັ່ງກ່າວເປັນ ເພັດນໍ້າດີມີຄຸນນະພາບສູງ ແລະ ມີອາຍຸບໍ່ຕໍ່າກວ່າ 300 ລ້ານປີ, ຜູ້ອຳນວຍການການຄ້າຣັດເຊຍ ລະບຸວ່າ ການຂຸດພົບເພັດທີ່ມີຮູບ ຄ້າຍຄືວັດຖຸຫຼືສັນຍາລັກໃນທຳ ມະຊາດນັ້ນ ເປັນສິ່ງຫາຍາກສ່ວນ ໃຫຍ່ແລ້ວຈະມີຮູບຊົງແປດດ້ານ ຫຼືບໍ່ມີຮູບຊົງທີ່ເດັ່ນຈະແຈ້ງເລີຍ.

  ຢ່າງໃດກໍຕາມ ການຄົ້ນພົບ ເພັດທີ່ເປັນຮູບຫົວໃຈດັ່ງກ່າວເປັນ ເໝືອນດັ່ງສັນຍາລັກທີ່ທຳມະຊາດ ໃຫ້ມາສຳລັບຄູ່ຮັກ ແລະປະຈຸບັນນີ້ ຍັງບໍ່ມີການລາຍງານວ່າ ທາງບໍລິ ສັດຈະນໍາອອກປະມູນຂາຍ ຫຼືບໍ່.