ໝາກເອີກ ສານອາຫານພຽບ ຊ່ວຍເພີ່ມພະລັງໃຫ້ຮ່າງກາຍ

  ໝາກເອີກ ນໍາໄປປຸງແຕ່ງເປັນອາຫານໄດ້ຫຼາຍຊະນິດນໍາມາຈີ່ຕໍາແຈ່ວ ແລະໝາກສົດ, ນໍາໄປປະກອບໃສ່ຕໍາໝາກຫຸ່ງເພື່ອຊ່ວຍເພີ່ມລົດຊາດສົ້ມໃຫ້ອາຫານ ແລະກິ່ນທີ່ເປັນເອກກະລັກເປັນພິເສດມັນຈະແຕກຕ່າງໄປຈາກລົດສົ້ມອື່ນໆເຊັ່ນໝາກນາວ, ໝາກມ່ວງ, ໝາກຂາມເປັນຕົ້ນ.

  ໝາກມີລົດຊາດສົ້ມຊ່ວຍເພີ່ມພະລັງແຮງງານໃຫ້ຮ່າງກາຍເພາະປະກອບດ້ວຍທາດການຊຽມ, ທາດເຫຼັກ, ຟູອໍຣ໌, ວິຕາມິນບີ 1, ວິຕາ ມິນບີ 2, ວິຕາມິນຊີ ແລະອື່ນໆທີ່ເປັນປະໂຫຍດຫຼາຍ.

 

----

ຮຽບຮຽງໂດຍ: ຟ້າ