ເປີດສາຍຮູບເງົາ 22 ເລື່ອງໃນງານມະໂຫລານ ຮູບເງົາເອີຣົບ-ຫວຽດນາມ

  ງານມະໂຫລານຮູບເງົາເອກະສານເອີຣົບ-ສສ ຫວຽດນາມ ຈະດຳເນີນເປັນເວລາ 10 ວັນ (ແຕ່ວັນທີ 1-10 ຕຸລາ), ໂດຍມີຮູບເງົາ22 ເລື່ອງຂອງ 10 ປະເທດເອີຣົບ ແລະຫວຽດນາມເຂົ້າສາຍ, ໃນຈຳນວນນັ້ນມີຫຼາຍຮູບ ເງົາຍາດໄດ້ລາງວັນທີ່ມີຊື່ສຽງຈະໄດ້ສາຍຕາມລຳດັບຮັບໃຊ້ຜູ້ຊົມຢູ່ ນະຄອນຫຼວງຮ່າໂນ້ຍ ແລະນະຄອນໂຮ່ຈີມີນ ໂດຍບໍ່ເກັບຄ່າ, ນີ້ແມ່ນ ຂໍ້ມູນຂ່າວ ຊຶ່ງບໍລິສັດຮູບເງົາເອກະສານ ແລະວິທະຍາສາດສູນກາງຍົກອອກມາທີ່ການຖະແຫຼງຂ່າວໃນວັນທີ 29 ກັນຍາ, ຢູ່ຮ່າໂນ້ຍ.

  ຜ່ານບັນດາຮູບເງົານັ້ນ, ຜູ້ຊົມມີໂອກາດຊອກຫາກ່ຽວກັບປະຊາຊົນ, ສັງຄົມຫວຽດນາມກໍຄືບັນດາປະເທດໃນໂລກຢ່າງເລິກເຊິ່ງກວ່າ ເກົ່າ, ປີ 2020, ຫວຽດນາມ ເຂົ້າ ຮ່ວມສາຍຮູບເງົາເອກະສານ 12 ເລື່ອງ ພ້ອມກັບຮູບເງົາສາກົນ 10 ເລື່ອງທີ່ມາຈາກບັນດາປະເທດຄື: ໂອຕາລິດ, ແບນຊິກ, ຝຣັ່ງ, ອີຕາລີ, ເຢຍລະມັນ, ອິດສະຣາແອນ, ແອັດສະປາຍ, ສະວິດ, ເມັກເຊັກ ແລະລາຊະອານາຈັກອັງກິດ.

----

ຮຽບຮຽງໂດຍ: ແກ້ວ