9 ເດືອນ ຊົນນະບູລີເກັບລາຍຮັບເຂົ້າງົບປະມານໄດ້ 54,44%

  ເມື່ອທ້າຍເດືອນຜ່ານມາທີ່ສະໂມສອນຂອງເມືອງຊົນນະບູລີ ແຂວງສະຫວັນນະເຂດ ທ່ານ ແສນສັກ ສຸລິສັກ ຫົວໜ້າພະແນກການເງິນແຂວງສະຫວັນນະເຂດພ້ອມຄະນະມີຫົວໜ້າສ່ວຍສາອາກອນປະຈຳແຂວງ, ຫົວໜ້າຄັງເງິນແຫ່ງຊາດປະຈຳແຂວງ, ຫົວໜ້າຂະແໜງງົບປະມານປະຈຳ ແຂວງໄດ້ລົງເຄື່ອນໄຫວຊຸກຍູ້ວຽກງານເກັບລາຍຮັບເຂົ້າງົບປະມານ ແລະຊຸກຍູ້ວຽກງານວິຊາສະເພາະຢູ່ເມືອງຊົນນະບູລີໂດຍໃຫ້ກຽດຕ້ອນຮັບມີ ທ່ານ ສຸວິໄລ ຫຼວງຊະລາດ ເຈົ້າເມືອງຊົນນະບູລີມີຄະນະການນຳຂອງເມືອງ, ຫົວໜ້າຫ້ອງການ-ການເງິນເມືອງ, ຫົວໜ້າສ່ວຍສາອາກ່ອນປະຈຳເມືອງ,ຫ້ອງການກ່ຽວຂ້ອງ,ພ້ອມດ້ວຍພະນັກງານວິຊາການຫ້ອງການ-ການເງິນ ແລະນາຍບ້ານ 8 ບ້ານ ເອກະລາດເຂົ້າຮ່ວມ.

  ທ່ານ ສຸລິຕ້າ ທິລະວົງ ຫົວໜ້າຫ້ອງການ-ການເງິນເມືອງກໍໄດ້ລາຍງານສະພາບການຈັດຕັ້ງປະຕິບັດລາຍຮັບ-ລາຍຈ່າຍ 9 ເດືອນ ຕົ້ນປີ2020 ທົ່ວເມືອງຊົນນະບູລີສາມາດຈັດເກັບລາຍຮັບເຂົ້າງົບປະມານໄດ້ທັງໝົດ 678,55 ລ້ານກີບ ເທົ່າກັບ 54,44% ຂອງແຜນການປີ,ດ້ານລາຍຈ່າຍ 1,98ຕື້ກວ່າກີບ ເທົ່າກັບ 68,34%, ພ້ອມນັ້ນຍັງໄດ້ລາຍງານໃຫ້ຮູ້ເຖິງຈຸດດີ, ຈຸດອ່ອນ, ຂໍ້ສະດວກ, ຂໍ້ຫຍຸ້ງຍາກຂອງການຈັດຕັ້ງປະຕິບັດວຽກງານຈັດເກັບລາຍຮັບ ແລະ ລາຍຈ່າຍງົບປະມານຂອງເມືອງ ຕະຫຼອດເຖິງບັນດາທ່າແຮງບົ່ມຊ້ອນຕ່າງໆໃນການຈັດເກັບລາຍຮັບຂອງເມືອງຊົນນະບູລີນຳອີກ.

  ຈາກນັ້ນບັນດາທ່ານທີ່ມາຈາກພະແນກການເງິນແຂວງ,ກໍ່ໄດ້ຜັດປ່ຽນກັນຂຶ້ນແນະນຳພ້ອມທັງເຜີຍແຜ່ບັນດານິຕິກຳກ່ຽວກັບວຽກງານການເງິນ ແລະແຈ້ງການຕ່າງໆກ່ຽວກັບການຈັດຕັ້ງປະຕິບັດມາດຕະການ, ການຄຸ້ມຄອງລາຍຈ່າຍງົບປະມານແຫ່ງລັດປະຈຳປີ 2020 ມາດຕະການ, ການຄຸ້ມຄອງ ແລະ ການຈັດຕັ້ງປະຕິບັດງົບປະມານແຫ່ງລັດ 6 ເດືອນ ທ້າຍປີ 2020 ແລະຄຳແນະນຳວ່າດ້ວຍການສ້າງແຜນງົບປະມານແຫ່ງລັດປະຈຳປີ 2021.

 ພ້ອມດຽວກັນນີ້ທ່ານຫົວໜ້າພະແນກການເງິນ ແຂວງສະຫວັນນະເຂດພ້ອມຄະນະຍັງໄດ້ນຳເອົາເຄື່ອງພິມເອກະສານຈຳນວນ1 ໜ່ວຍ,ເຄື່ອງກີລາຈຳນວນ 45 ຊຸດ ແລະອຸປະກອນກີລາຈຳນວນໜຶ່ງລວມມູນຄ່າທັງໝົດ 4,9 ລ້ານກີບ ມອບໃຫ້ເມືອງຊົນນະບູລີອີກດ້ວຍ.