ລັດຖະມົນຕີກະຊວງການຄ້າລົງຢ້ຽມຢາມ ໂຮງງານອຸດສາຫະກຳໂຕໂຢລາວ

  ວັນທີ ຕຸລາ ຜ່ານມາທາງຄະນະກະຊວງອຸກສາຫະກຳ ແລະກ້າຄ້ານຳທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີວ່າການກະຊວງອຸດສາຫະກໍາ ແລະການຄ້າ ພ້ອມດ້ວຍຄະນະ 70 ທານໄດ້ລົງຢ້ຽມຢາມໂຮງງານອຸດສາຫະກຳໂຕໂຢລາວຈຳກັດຜູ້ດຽວທີ່ບ້ານໂພຄໍາ ເມືອງໄຊທານີ ນະຄອນຫຼວງວຽງຈັນຮັບການຕ້ອນຮັບຂອງທ່ານ ລັງກອນ ໄຊຍະວົງ ປະທານໂຮງງານອຸດສາຫະກໍາໂຕໂຢລາວຈໍາກັດຜູ້ດຽວ.

   ທ່ານ ລັງກອນ ໄຊຍະວົງ ລາຍງານທ່ານລັດຖະມົນຕີພ້ອມຄະນະໄດ້ຮັບຟັງການລາຍງານກ່ຽວກັບການຂະຫຍາຍຕົວຂອງບໍລິສັດໂດຍຫຍໍ້ຊຶ່ງສະເຫນີໂດຍທ່ານ ລັງກອນ ໄຊຍະວົງ ໂຮງງານອຸດສາຫະກຳໂຕໂຢລາວຈຳກັດ ໄດ້ສ້າງຕັ້ງຂຶ້ນໃນປີ 2016 ເພື່ອຜະລິດທໍ່ ແລະອຸປະກອນກໍ່ສ້າງລະບົບນໍ້າ, ໄດ້ຮັບການຖ່າຍທອດເຕັກໂນໂລຊີຈາກຕ່າງປະເທດ, ປັດຈຸບັນປະກອບມີ 2 ສາຂາ ແລະ 800 ກວ່າຕົວແທນຈຳໜ່າຍທົ່ວປະເທດ, ໃນນັ້ນຕັ້ງຢູ່ ບ້ານໄຊສະຫວ່າງ 1 ສາງໃຫຍ, ບ້ານສະພັງມຶກ ເມືອງໄຊທານີ, ບ້ານສີບຸນເຮືອງ ເມືອງຈັນທະບູລີ, ບ້ານຫນອງໜຽວ ເມືອງສີໂຄດຕະບອງ ແລະໂຮງງານອຸດສາຫະກຳໂຕໂຢລາວ ຈຳກັດຜູ້ດຽວ, ບ້ານໂພຄໍາ ເມືອງໄຊທານີ, ສ່ວນວັດຖຸດິບໄດ້ນຳເຂົ້າມາຈາກຕ່າງປະເທດຄື: ໄທ, ຫວຽດນາມ, ສິງກະໂປ, ແຄວນໄຕ້ຫວັນ.

  ທ່ານ ລັງກອນ ໄຊຍະວົງ ໄດ້ກ່າວໃຫ້ຮູ້ຕື່ມອີກວ່າ : ສຳລັບທິດທາງພັດທະນາໃນອະນາຄົດແມ່ນຈະໄດ້ສືບຕໍ່ພັດທະນາເຄື່ອງຈັກ ແລະເຕັກໂນໂລຊີເພື່ອຜະລິດທໍ່ ແລະ ອຸປະກອນມາຮັບໃຊ້ລະບົບນໍ້າກະເສດ (ປູກຝັງ ແລະລ້ຽງສັດ) ເພື່ອສະຫນອງ ໃຫ້ທັນການ ແລະຊ່ວຍຫຼຸດຕົ້ນທຶນການຜະລິດຂອງຊາວກະສິກອນ ແລະຜູ້ລົງທຶນໃນຂະແຫນງການກະເສດ, ສືບຕໍ່ສ້າງບຸກຄະລາກອນໃຫ້ມີຄວາມຊ່ຽວຊານໃນການຄຸມຄອງຜະລິດ ແລະການອອກແບບລະບົບນ້ໍາປະເພດຕ່າງໆ ເພື່ອບໍລິການລູກຄ້າໃນ ສປປ ລາວໃຫ້ມີຄວາມຍືນຍົງ, ສືບຕໍ່ສ້າງຍີ່ຫໍ້ສິນຄ້າ (ແບຣນ) ແລະສ້າງຄ່ານິຍົມໃນການໃຊ້ຜະລິດຕະພັນລາວທີ່ໄດ້ຄຸນນະພາບພາຍໃຕ້ກິດຈະກຳຜະລິດໃນລາວ ຫຼື Made in Laos, ສືບຕໍ່ຂະຫຍາຍຕະຫຼາດໄປຫາບັນດາໂຄງການລົງທຶນຂອງຕ່າງປະເທດເພື່ອສົ່ງເສີມການສົ່ງອອກກັບທີ່ເພື່ອຊອກຫາແຫຼ່ງທຶນຕ່າງປະເທດເພື່ອເປັນແຫຼ່ງທຶນໃນການຈັດຊື້ວັດຖຸດິບຈາກຕ່າງປະເທດ.

--------------

ໜັງສືພິມເສດຖະກິດ-ສັງຄົມ