ດອກອັນຊັນຂາວ ຄຸນປະໂຫຍດສາລະພັດ

  ດອກອັນຊັນ ເປັນສະໝຸນໄພທີ່ມີແຫຼ່ງກໍາເນີດຢູ່ທາງອາເມລິກາໃຕ້ ແລະມີການປູກທົ່ວໄປໃນເຂດຮ້ອນ, ເປັນພືດທີ່ມີລັກສະນະສະເພາະຕົວ ແລະມີປະໂຫຍດຢ່າງຫຼວງຫຼາຍຮາກດອກອັນຊັນໃຊ້ເປັນຢາຂັບປັດສະວະ, ແກ້ປັດສະວະພິການເປັນຢາລະບາຍຊ່ວຍບຳລຸງສາຍຕາ, ແກ້ຕາອັບເສບ, ຕາຟາງ ໂດຍນິຍົມໃຊ້ຮາກຕົ້ນອັນຊັນຊະນິດດອກສີຂາວ, ນອກຈາກນີ້ຖ້ານຳມາສີແຂ້ວຈະເຮັດໃຫ້ແຂ້ວຄົງທົນແຂງແຮງ ແລະແກ້ອາການເຈັບແຂ້ວໄດ້ດີ, ແກ່ນໃຊ້ເປັນຢາລະບາຍ ຊຶ່ງໃຊ້ໄດ້ທັງດອກສີມ່ວງ ແລະສີຂາວ.

  ສ່ວນດອກສົດນຳມາທາຫົວເພື່ອໃຊ້ເປັນຢາປູກຜົມ ຊຶ່ງໃຊ້ດອກຊະນິດສີຂາວ ຫຼື ມ້ວງ, ນໍ້າອັນຊັນມີສ່ວນຊ່ວຍຕໍ່ຕ້ານອະນຸມູນອິດສະຫຼະໃນຮ່າງກາຍ, ມີສ່ວນເສີມສ້າງພູມຕ້ານທານໃນຮ່າງກາຍ ແລະເພີ່ມພະລັງງານໃນຮ່າງກາຍມີສ່ວນຊ່ວຍໃນການສະລໍໄວ ແລະລີ້ວຮອຍແຫ່ງໄວ, ດອກມີສ່ວນຊ່ວຍໃນການບຳລຸງສະໜອງເພີ່ມການໄຫລວຽນເລືອດ, ນອກນັ້ນ ດອກຍັງຊ່ວຍປ້ອງກັນເສັ້ນເລືອດໃນສະໜອງຕີບ, ຊ່ວຍຮັກສາຜົມລົ້ນ ແລະໃຊ້ແກ້ອາການຟົກຊໍ້າ.

----

ຮຽບຮຽງໂດຍ: ຟ້າ