ເຈມສບອນ ຕອນໃໝ່ເລື່ອນສາຍໄປເປັນປີໜ້າ

  ຄວາມຄືບໜ້າໂຄງການ ສາຍຮູບເງົາເລື່ອງ No Time To Die ຮູບເງົາ ເຈມສບອນ ຕອນທີ 25 ວ່າຕອ້ງເລື່ອນສາຍອີກໄປເປັນວັນທີ 2 ເມສາປີ 2021 ເນື່ອງຈາກການແຜ່ລະບາດຂອງເຊື້ອໂຄວິດທີ່ສົ່ງຜົນກະທົບຕໍ່ທຸລະກິດໂຮງຮູບເງົາ.

  ຄ່າຍ ເອັມຈີເອັມ, ຢູນິເວີແຊລ ລະບຸວ່າຮູບເງົາເລື່ອງ No Time To Die ຈະເຂົ້າສາຍທົ່ວໂລກໃນວັນທີ 2 ເມສາປີ 2021 ແຕ່ເດີມ No Time To Die ມີກຳນົດເຂົ້າ ສາຍເດືອນເມສາປີ 2020 ແຕ່ຕ້ອງເລື່ອນກຳນົດເຂົ້າສາຍໃນອັງກິດອອກໄປເປັນວັນທີ 12 ພະຈິກໃນອາເມ ລິກາວັນທີ 20 ພະຈິກ ແລະເປັນໜຶ່ງໃນຮູບເງົາເລື່ອງທຳອິດທີ່ຍົກເລີກວັນເຂົ້າສາຍກ່ອນທີ່ໂຮງຮູບເງົາອາເມລິກາຕ້ອງປິດກິດຈະການໃນກາງເດືອນມີນາ ເນື່ອງຈາກການແຜ່ລະບາດຂອງເຊື້ອໂຄວິດ-19.

----

ຮຽບຮຽງໂດຍ: ແກ້ວ