ພະນັກງານອາເມຊອນ 19 ພັນກວ່າຄົນຕິດເຊື້ອໂຄວິດ

  ອາເມຊອນ ອິງ ບໍລິສັດອີຄອມເມີ ລາຍໃຫຍ່ຂອງອາເມລິກາເປີດເຜີຍໃນເມື່ອບໍ່ດົນມານີ້ວ່າພະນັກງານບໍລິການໃນອາເມລິກາຫຼາຍກວ່າ 19 ພັນຄົນຕິດເຊື້ອພະຍາດໂຄວິດ-19 ຄິດເປັນອັດຕາສ່ວນ 1,44% ຂອງພະນັກງານທັງໝົດ.

  ຕາມຂ່າວຕ່າງປະເທດລາຍງານວ່າ: ການເປີດເຜີຍຂໍ້ມູນດັ່ງກ່າວຂອງອາເມຊອນກໍ່ໃຫ້ເກີດຂໍ້ສົງໄສເຖິງການແຜ່ລະບາດຂອງເຊື້ອໂຄວິດ-19 ທີ່ສົ່ງຜົນກະທົບຕໍ່ພະນັກ ງານບໍລິສັດຈຳນວນຫຼາຍໃນອາເມລິກາເນື່ອງຈາກອາເມຊອນຍັງເປັນສູນປະຕິບັດການເພື່ອຮອງຮັບຄວາມຕ້ອງການຂອງຜູ້ຊື້ສິນຄ້າທີ່ເພີ່ມສູງຂຶ້ນໃນໄລຍະກັກຕົວຢູ່ເຮືອນ ຊຶ່ງເອເທນາແນວໂຮມກຸ່ມນັກເຄືອນໄຫວ ແລະ ແຮງງານຮຽກຮ້ອງໃຫ້ທາງອາເມລິກາຫາກວດກາດຳເນີນງານຂອງອາເມຊອນຂະນະທີ່ອາເມຊອນລະບຸວ່າ: ມີພະນັກ ງານບໍລິການໃນອາເມລິກາທັງໝົດ 1.372.000 ຄົນ ແລະໃນຈຳນວນນີ້ມີ 19.876 ຄົນ ມີຜົນກວດຫາເຊື້ອໂຄວິດ-19 ເປັນບວກນັບຕັ້ງແຕ່ເດືອນມີນາ-19 ກັນຍາທີ່ຜ່ານມາຊຶ່ງມີພະນັກງານຊົ່ວຄາວ ແລະພະນັກງານທີ່ອາດຕິດເຊື້ອນອກບ່ອນເຮັດວຽກ.

  ອາເມຊອນລະບຸຕື່ມວ່າ: ບໍລິສັດມີອັດຕາການຕິດເຊື້ອຂອງພະນັກງານຢູ່ທີ່ 42% ຊຶ່ງຕໍ່າກວ່າ ທີ່ຄາດຄະເນໄວ້ເມື່ອພິຈາລະນາເຖິງການແຜ່ເຊື້ອຂອງໂຄວິດ-19 ໃນປະຊາກອນທົ່ວໄປທັງຍັງໂພສຂໍ້ຄວາມຂອງບໍລິສັດເພື່ອສະໜັບສະໜູນໃຫ້ບໍລິສັດອື່ນໆຮ່ວມກັນລາຍງານສະຖິຕິພະນັກງານທີ່ຕິດເຊື້ອໂຄວິດນອກຈາກນີ້ອາເມຊອນກຽມກວດຫາເຊື້ອໂຄວິດໃຫ້ພະນັກງານເຖິງ 50 ພັນຄົນຕໍ່ວັນພາຍໃນເດືອນພະຈິກນີ້.