ໂຕໂຢລາວ ເນັ້ນຜະລິດໃສ່ໃຈຄຸນນະພາບສິນຄ້າເຈາະຕະຫຼາດຍອມຮັບ

  ໂຮງງານອຸດສາຫະກຳໂຕໂຢລາວ ຈຳກັດຜູ້ດຽວ, ຊື່ຫຍໍ້ໂຮງງານທໍ່ໂຕໂຢ ຫຼື TOYO PIPE FACTORY ສ້າງຕັ້ງຂຶ້ນໃນປີ 2016 ໂດຍນໍາໃຊ້ເຕັກໂນໂລຊີທີ່ທັນສະ ໄໝຈາກສະຫະພາບເອີຣົບ ແລະ ອາເມິກາ ແລະ ຄຸ້ມຄອງການຜະລິດດ້ວຍທີມງານວິຊາການມືອາຊີບປະສົບການຫຼາຍກວ່າ 20 ປີ ໄປຄຽງຄູ່ກັບນໍາໃຊ້ລະບົບ 5 ສໍ, Kaizen, PDCA ແລະການຮັບຖ່າຍທອດເຕັກໂນໂລຊີຈາກຊ່ຽວຊານຕ່າງປະເທດ, ປະຈຸບັນໂຮງງານທໍ່ໂຕໂຢໄດ້ກາຍເປັນໂຮງງານທີ່ທັນສະໄໝທີ່ສຸດໃນ ສປປ ລາວ ແລະໄດ້ຮັບຄວາມເຊື່ອໝັ້ນຈາກລູກຄ້າ, ຈາກການນໍາພັກລັດ ແລະສັງຄົມ, ໂຮງງານທໍ່ໂຕໂຢເນັ້ນຜະລິດທໍ່ນໍ້າທໍ່ໄຟທໍ່ຫຸ້ມສາຍໂທລະຄົມທໍ່ກະເສດທໍ່ຊົນລະປະທານ ແລະອຸປະກອນພາຍໃຕ້ເຄື່ອງໝາຍການຄ້າ TOYO ແລະASIA GREEN ທີ່ໄດ້ຄຸນນະພາບມາດຕະຖານສາກົນ,ທຸກຜະລິດຕະພັນກາ TOYO ແລະASIA GREEN ໄດ້ຮັບການຍອມຮັບຈາກຕະຫຼາດໃນຂອບເຂດທົ່ວປະເທດລາວ ແລະບັນດາປະເທດໃນຂົງເຂດປະເທດອາຊຽນ, ປະຈຸບັນໂຮງງານທໍ່ໂຕໂຢໄດ້ຮັບໃບຢັ້ງຢືນມາດຕະຖານລະບົບຄຸ້ມຄອງຄຸນນະພາບ ISO 9001:2015;ໃບຢັ້ງຢືນຜະລິດຕະພັນລາວຄຸນນະພາບສູງ ຫຼື MADE IN LAOS; ໃບຢັ້ງຢືນມາດຕະຖານລາວ ຫຼື ມລ 71-2009; ໃບຢັ້ງຢືນຫ້ອງທົດລອງຄຸນນະພາບ ແລະໃບຢັ້ງຢືນຄຸນນະພາບສິນຄ້າສຳລັບທຸກຜະລິດຕະພັນຈາກກົມມາດຕະຖານ,ກະຊວງວິທະຍາສາດ ແລະເຕັກໂນໂລຊີ.

  ນອກຈາກນັ້ນໂຮງງານທໍ່ໂຕໂຢຍັງໄດ້ຮັບລາງວັນທຸລະກິດຂາຍຍົກ-ຂາຍຍ່ອຍດີເດັ່ນອາຊຽນ, ລາງວັນທຸລະກິດລິເລີ່ມ ແລະຂັບເຄື່ອນນະວັດຕະກຳດີເດັ່ນອາຊຽນ, ລາງ ວັນນັກທຸລະກິດຍິງດີເດັ່ນອາຊຽນ ແລະລາງວັນທຸລະກິດຊັ້ນນຳດີເດັ່ນແຫ່ງຊາດໃນປິ 2019 ຈາກສະພາການຄ້າ ແລະອຸດສາຫະກຳແຫ່ງຊາດ.

   ອີງຕາມວິໄສທັດ ແລະພາລະກິດບວກໃສ່ກັບຄວາມຕັດສິນໃຈສູງຂອງຄະນະອຳນວຍການໂຮງງານທໍ່ໂຕໂຢໄດ້ດຶງດູດ ແລະຍາດແຍ່ງການຊີ້ນໍານໍາພາຈາກການນຳຈາກພັກລັດຂັ້ນສູງລົງມາຢ້ຽມຢາມ ແລະໃຫ້ທິດຊີ້ນໍາໃນການພັດທະນາໂຮງງານກໍ່ຄືຜະລິດຕະພັນໃຫ້ແທດເໝາະກັບການພັດທະນາເສດຖະກິດ-ສັງຄົມຂອງຊາດໃນແຕ່ລະໄລຍະເຊັ່ນ: ການລົງມາຢ້ຽມຢາມ ແລະຊຸກຍູ້ການຜະລິດອຸດສາຫະກຳຂອງພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດ ຖະມົນຕີແຫ່ງ ສປປ ລາວ ພ້ອມດ້ວຍເຈົ້າຄອງ

ນະຄອນຫຼວງວຽງຈັນ ແລະບັນດາທ່ານລັດຖະມົນຕີຮອງລັດຖະມົນຕີຈາກ 9 ກະຊວງ, ການລົງມາຢ້ຽມຢາມຂອງທ່ານ ນາງ ເຂັມມະນີ ພົນເສນາ, ລັດຖະມົນຕີກະ ຊວງອຸດສາຫະກຳ ແລະການຄ້າພ້ອມດ້ວຍຄະນະ 70 ທ່ານ, ການລົງມາຢ້ຽມຢາມຂອງສະມາຊິກສະພາຜູ້ແທນລາດຊະດອນສະໄໝທີ VIII ແລະບັນດາລູກຄ້າຈາກອົງການຈັດຕັ້ງສາກົນ ແລະລັດວິສາຫະກິດນໍ້າປະປາລາວທົ່ວປະເທດເຊັ່ນ: ADB, JICA, KOICA, WB, UNICEF, UN-HABITAT, SUNWIP ແລະ ຊ່ຽວຊານຈາກກົມນໍ້າປະປາ, ກົມຊົນລະປະທານເປັນຕົ້ນ, ປະຈຸບັນໂຮງງານທໍ່ໂຕໂຢມີ 3 ສາຂາ ແລະ 900 ກ່ວາ ຕົວແທນຈຳໜ່າຍທົ່ວປະເທດ, ໂຮງງານທໍ່ໂຕໂຢບັງນໍາໃຊ້ວັດຖຸດິບສົດທີ່ໄດ້ມາດຕະຖານຈາກທຳມະຊາດເຊັ່ນ: ຈາກ United Arab Emirates, Dubai, Singapore,Taiwan, Korea & Thailand.

----------------

ໜັງສືພິມເສດຖະກິດ-ສັງຄົມ