ມັດສະດ້າ ສະເໜີລົດໃໝ່ 3 ລຸ້ນພິເສດ

   ວັນທີ 5 ຕຸລາ 2020 ບໍລິສັດ ແກ້ວໂອໂຕກຣຸບ ໄດ້ນຳສະເໜີລົດ Mazda ປີ 2020 ຊຶ່ງມີ 3 ລຸ້ນຄື: Mazda3 Sport, Mazda3 Sedan ແລະ CX-30 ທີ່ເປັນລຸ້ນພິເສດຄົບຮອບ 100 ປີ ສ້າງຂຶ້ນເພື່ອລະນຶກເຖິງປະຫວັດສາດຂອງ Mazda ແລະເພື່ອຕອບໂຈດໃຫ້ລູກຄ້າຕະຫຼອດມາ. ທ່ານ ອູ່ເງິນ ແສງເພັດ ຝ່າຍການຕະຫຼາດບໍລິສັດກ່າວວ່າ: ໃນປີ 2020 ນີ້ບໍລິສັດ Mazda ປະເທດຢີ່ປຸ່ນໄດ້ມີອາຍຸຄົບຮອບ 100 ປີ ນັບແຕ່ກໍ່ຕັ້ງບໍລິສັດຂຶ້ນມາພວກເຮົາໄດ້ຮັບການສະໜັບສະ ໜູນຢ່າງຕໍ່ເນື່ອງຈາກລູກຄ້າທົ່ວໂລກ ແລະໄດ້ສ້າງແຮງບັນດານໃຈໃຫ້ Mazda ຂອງພວກເຮົາພັດທະນານະວັດຕະກຳໃໝ່ໆເພື່ອໃຫ້ທ່ານໄດ້ຊົມໃຊ້ຄຽງຄູ່ກັນຕະຫຼອດໄປ.

  ສຳລັບລົດທີ່ນຳສະເໜີຄັ້ງນີ້ມີ 3 ລຸ້ນ ຄື: Mazda3 Sport, Mazda3 Sedan ແລະ CX-30 ເປັນລຸ້ນພິເສດຄົບຮອບ 100 ປີ ສ້າງຂຶ້ນເພື່ອລະນຶກເຖິງປະ ຫວັດສາດຂອງ Mazda ແລະມອບໂອກາດທີ່ຈະໃຫ້ລູກຄ້າໄດ້ສຳພັດນະວັດຕະກຳໃໝ່ທີ່ທັນສະໄໝ, ວັດສະດຸທີ່ເບົາທົນທານ, ຂັບເຄື່ອນດ້ວຍເກຍໂອໂຕມີຄວາມໂດດເດັ່ນຫຼູຫຼາດຶງດູດສາຍຕາໂດຍມີແຕ່ສີຂາວມຸກເທົ່ານັ້ນ.

   ສຳລັບຈຸດເດັ່ນໆທີ່ແຕກຕ່າງກັບລຸ້ນທົ່ວໄປແມ່ນເບາະໜັງອອກແບບຢ່າງສະດຸດຕາດ້ວຍສີແດງຊໍ້າ, ຜ້າຫຸ່ມ ແລະຜ້າປູພື້ນມີຄວາມກົມກືນດ້ວຍສີແດງຊໍ້າ, ມີໂລໂກ້ສີແດງຊໍ້າ 100 ປີ ຕິດໃນລໍ້ແມັກ ໃຫ້ຄວາມເປັນເອກະລັກ, ໜອນເທິງເບາະໜ້າມີໂລໂກ້ສີແດງຊໍ້າ 100 ປີ ຕິດໃສ່ແກ້ມໜ້າລົດ ແລະມີກະແຈລີໂມດມາພ້ອມກ່ອງບັນຈຸ ແລະຢຽບດ້ວຍໂລໂກ້ 100 ປີ ໃສ່ຢ່າງສະງ່າງາມ.