ວຽງຈັນ ແລະໄຊສົມບູນສົ່ງເສີມວັດທະນະທຳກະຕຸ້ນການທ່ອງທ່ຽວ

  ຊຸດຝຶກອົບຮົມວຽກງານດັ່ງກ່າວໄດ້ຈັດຂຶ້ນທີ່ສູນວັດທະນະທຳແຂວງວຽງຈັນ, ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ຈະເລີນ ປຸນທະເຮືອງສີ ຮອງຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວແຂວງວຽງຈັນ, ທ່ານ ຄຳຫຼ້າ ຍອຍສາຍຄຳ ວ່າການຫົວໜ້າສະຖາບັນສື່ມວນຊົນ, ວັດທະນະທຳ ແລະທ່ອງທ່ຽວ.

   ຈຸດປະສົງຂອງຊຸດຝຶກອົບຮົມຄັ້ງນີ້ເພື່ອສ້າງຄວາມພ້ອມໃຫ້ແກ່ການປະຕິບັດແຜນພັດທະນາວຽກງານຖະແຫຼງຂ່າວ, ວັດທະນະທໍາ ແລະທ່ອງທ່ຽວ, ເວົ້າສະເພາະແຜນຍຸດທະສາດວຽກງານວັດທະນາທຳໃຫ້ໄດ້ຮັບການຈັດຕັ້ງປະຕິບັດເປັນເເຕ່ລະບາດກ້າວດ້ວຍຄວາມຕັ້ງໜ້າຢ່າງໜັກແໜ້ນສະຖາບັນສື່ມວນຊົນ, ວັດທະນະທໍາ ແລະທ່ອງທ່ຽວຈຶ່ງໄດ້ຈັດຊຸດຝຶກອົບຮົມໃຫ້ແກ່ບຸກຄະລາກອນຜູ້ທີ່ເຮັດວຽກຄຸ້ມຄອງວັດທະນະທໍາຂອງແຂວງ ແລະຫ້ອງການຖະແຫຼງຂ່າວ,ວັດທະນະທຳ ແລະ ທ່ອງ ທ່ຽວບັນດາເມືອງຂອງແຂວງວຽງຈັນແລະແຂວງໄຊສົມບູນ,ພ້ອມດ້ວຍພະແນກການອ້ອມຂ້າງແຂວງອີກຈໍານວນໜຶ່ງໃນຫົວຂໍ້ສົ່ງເສີມວັດທະນະທຳເພື່ອການທ່ອງທ່ຽວ.

  ຊຶ່ງມີວິທະຍາກອນທີ່ມີຄວາມຮູ້ ແລະປະສົບການສູງທີ່ມາບັນຍາຍຖ່າຍທອດຄວາມຮູ້ໃຫ້ບັນດາທ່ານຜູ້ເຂົ້າຮ່ວມໃນຄັ້ງນີ້ໂດຍຈະໄດ້ຄົ້ນຄວ້າຮໍ່າຮຽນກ່ຽວກັບວຽກງານສູນວັດທະນະທຳເດັກ, ວຽກງານຄຸ້ມຄອງງານບຸນປະເພນີ, ວຽກວັດທະນະທຳຕິດພັນກັບການທ່ອງທ່ຽວ ແລະວຽກງານຄຸ້ມຄອງມໍລະດົກນາມມະທຳ.

  ໃນໂອກາດນີ້ ທ່ານ ຈະເລີນ ປຸນທະເຮືອງສີ ກ່າວວ່າ: ວຽກງານວັດທະນະທຳເປັນວຽກງານໜຶ່ງທີ່ສໍາຄັນທີ່ສຸດໃນການພັດທະນາປະເທດຊາດເຮົາມັນຈຶ່ງຮຽກຮ້ອງໃຫ້ພະນັກງານວິຊາການທີ່ເຮັດວຽກໃນຂົງເຂດວັດທະນະທຳທັງສູນກາງ ແລະທ້ອງຖິ່ນມີຄວາມພ້ອມມີຄວາມຮູ້, ຄວາມສາມາດ,ມີຄວາມເຂົ້າໃຈຕໍ່ວຽກງານ ແລະຕ້ອງໝັ່ນຍົກສູງຄວາມຮູ້ໃຫ້ສົມຄູ່ກັບພາລະບົດບາດໃນການປົກປັກຮັກສາ ແລະພັດທະນາໃນຂົງເຂດວັດທະນະທຳໃຫ້ຢູ່ຄູ່ກັບຄົນລາວເຮົາໄປຕະຫຼອດ.

---------------

ຂ່າວ: ບຸນມາ ແກ້ວບຸດດາ