ສະຫວັນນະເຂດ ວາງສະແດງສິນຄ້າກະສິກຳ ແລະໝາກໄມ້

  ໃນວັນທີ 5 ຕຸລາ 2020 ນີ້; ແຂວງສະຫວັນນະເຂດໄດ້ເປີດງານວາງສະແດງຈຳໜ່າຍສິນຄ້າກະສິກຳ ແລະໝາກໄມ້ຂຶ້ນຢູ່ທີ່ສູນການຄ້າສະຫວັນໄອເຕັກໂດຍການເຂົ້າຮ່ວມຂອງ ທ່ານ ທ່ອນແກ້ວ ພຸດທະໄກຍະລາດ ຮອງເຈົ້າແຂວງສະຫວັນນະເຂດ, ທ່ານ ບຸນເລດ ຈັນທອງທິບ ຮັກສາການຫົວໜ້າພະແນກກະສິກຳ ແລະປ່າໄມ້ແຂວງ, ມີບັນດາທ່ານການນຳຂອງແຂວງ, ຂອງເມືອງ, ນະຄອນ ແລະມວນຊົນເຂົ້າຮ່ວມນຳ.

  ທ່ານ ບຸນເລດ ຈັນທອງທິບ ຮັກສາການຫົວໜ້າພະແນກກະສິກຳ ແລະປ່າໄມ້ແຂວງໄດ້ລາຍງານວ່າ: ຈຸດປະສົງໃນການຈັດງານຄັ້ງນີ້ກໍເພື່ອເຮັດໃຫ້ຊາວກະສິກອນໃນແຕ່ລະເມືອງໄດ້ນຳເອົາຜົນຜະລິດ, ຜະລິດຕະພັນກະສິກຳຂອງຕົນມາວາງສະແດງ ແລະຈຳໜ່າຍໃຫ້ປະຊາຊົນໃນທົ່ວແຂວງທັງເປັນການພົບປະແລກປ່ຽນບົດຮຽນໃນການຜະລິດ, ການນຳໃຊ້ເຕັກໂນໂລຊີເຂົ້າໃນການຜະລິດ, ການເຂົ້າເຖິງແຫຼ່ງທຶນ, ການຕະຫຼາດລະຫວ່າງຊາວກະສິກອນດ້ວຍກັນ ແລະກັບຜູ້ປະກອບການ, ໃນການວາງສະແດງ ແລະ ວາງຈຳໜ່າຍສິນຄ້າຄັ້ງນີ້ປະກອບມີ: ຜະລິດຕະພັນກະສິກຳຈາກຫ້ອງການກະສິກຳ ແລະ ປ່າໄມ້ນະຄອນໄກສອນພົມວິຫານ ແລະ ຈາກ 14 ຕົວເມືອງໃນທົ່ວແຂວງຈຳນວນ 15 ຮ້ານ, ຜະລິດຕະພັນໂອດັອບຈຳນວນ 22 ຮ້ານ, ຜະລິດຕະພັນຈາກບໍລິສັດຫ້າງຮ້ານຈຳນວນ 31 ຮ້ານ,ຜົນງານດ້ານວິຊາການຈາກສູນ, ຂະແໜງການອ້ອມຂ້າງພະແນກກະສິກຳ ແລະປ່າໄມ້ແຂວງຈຳນວນ 7 ຮ້ານ, ລວມທັງໝົດ 75 ຮ້ານ,ໂອກາດເຂົ້າຮ່ວມງານວາງສະແດງສິນຄ້າຄັ້ງນີ້ທ່ານ ທ່ອນແກ້ວ ພຸດທະໄກຍະລາດ ຮອງເຈົ້າແຂວງກໍໄດ້ມີຄຳເຫັນວ່າ: ເພື່ອເຮັດໃຫ້ເສດຖະກິດຂອງແຂວງເຕີບໂຕຢ່າງມີຄຸນນະພາບ ແລະໝັ້ນທ່ຽງຕາມແຜນພັດທະນາເສດຖະ ກິດ-ສັງຄົມຄັ້ງທີ 9 ທາງແຂວງແມ່ນໄດ້ຖືເອົາວຽກງານກະສິກຳເປັນບູລິມະສິດອັນດັບໜຶ່ງຄືຫັນກະສິກຳ ແລະ ປ່າໄມ້ເປັນທັນສະໄໝຕາມທິດຍືນຍົງເພື່ອໃຫ້ບັນລຸເປົ້າ ໝາຍດັ່ງກ່າວຊາວກະສິກອນ, ນັກທຸລະກິດ ແລະຜູ້ປະກອບການທັງພາຍໃນ ແລະຕ່າງປະເທດຕ້ອງໄດ້ເຂົ້າຮ່ວມວຽກງານດັ່ງກ່າວແຕ່ຫົວທີໂດຍເລີ່ມຈາກການຈັດສັນແບ່ງເຂດການຜະລິດຄື: ເຂດປູກເຂົ້າ, ເຂດປູກສະບຽງ, ເຂດປູກໄມ້ໃຫ້ໝາກ, ເຂດປູກໄມ້ອຸດສາຫະກຳ ແລະເຂດລ້ຽງສັດ, ປັບປຸງການຜະລິດໃຫ້ເຂັ້ມແຂງໃຫ້ກາຍ ເປັນສະຫະກອນ ແລະກ້າວໄປເຖິງການຈັດຕັ້ງເປັນວິສາຫະກິດຂະໜາດນ້ອຍ ແລະຂະໜາດກາງອັນສຳຄັນແມ່ນຕ້ອງປັບປຸງກຸ່ມການຜະລິດໃຫ້ມີຄວາມເຂັ້ມແຂງທາງດ້ານວິຊາການ ແລະການບໍລິການ.

-------------

ຂ່າວ: ອັກສອນສິນ ພົມມະຈັນ