9 ເດືອນເສດຖະກິດເມືອງຫົງສາ ຍັງພົບບັນຫາທ້າທາຍ

  ອີງຕາມບົດສະຫຼຸບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ເມືອງຫົງສາ ແຂວງໄຊຍະບູລີ ໃນ 9 ເດືອນ ປີ 2020 ຜ່ານມານີ້, ສະພາບເສດຖະກິດ-ສັງຄົມພາຍໃນເມືອງຍັງພົບບັນຫາທ້າທາຍຫຼາຍປະການເປັນຕົ້ນແມ່ນການປະເຊີນກັບບັນຫາການລະບາດຂອງພະຍາດ Covid-19, ການຂາດສະພາບຄ່ອງທາງ ດ້ານການເງິນ, ການເກັບລາຍຮັບທີ່ບໍ່ໄດ້ຕາມແຜນການ, ບັນຫາໜີ້ສິນການລົງທຶນຂອງລັດ, ການປ່ຽນແປງຂອງສະພາບດິນຟ້າອາກາດ ແລະ ບັນຫາອຶ່ນໆ ຊຶ່ງໄດ້ສົ່ງຜົນກະທົບໂດຍກົງຕໍ່ການພັດທະນາບ້ານ-ເມືອງ, ເຖິງຢ່າງໃດກໍ່ຕາມຄະນະພັກ-ຄະນະນຳທຸກຂັ້ນກໍ່ເຫັນໄດ້ເຖິງຄວາມສຳຄັນ, ຄວາມທຸກສຸກຂອງປະຊາຊົນໃນທົ່ວປະ ເທດເວົ້າລວມເວົ້າສະເພາະກໍ່ຄືເມືອງຫົງສາຂອງພວກເຮົາ, ພາຍໃຕ້ການຊີ້ນຳ-ນຳພາຂອງຄະນະພັກເມືອງ, ຄວາມຮັບຜິດຊອບຂອງພະນັກງານຕະຫຼອດຮອດການເຂົ້າ ຮ່ວມຂອງປະຊາຊົນບັນດາເຜົ່າເຮັດໃຫ້ເມືອງຫົງສາຍັງສືບຕໍ່ມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ ແລະມີຄວາມເປັນລະບຽບຮຽບຮ້ອຍຢ່າງໜັກແໜ້ນຊຶ່ງໄດ້ກາຍເປັນເສົ້າຄໍ້າ, ເປັນປັດໃຈພື້ນຖານທີ່ເອື້ອອຳນວຍໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມຂອງເມືອງ, ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນບັນ ດາເຜົ່າໄດ້ຮັບການປັບປຸງດີຂຶ້ນເທື່ອກ້າວໆ.

  ທ່ານ ບຸນທະວີ ສີປະເສີດ ຫົວໜ້າຫ້ອງການແຜນການ ແລະການລົງທຶນເມືອງຫົງສາໄດ້ລາຍງານຕໍ່ນັກຂ່າວເມືອງໃນວັນທີ 2 ເດືອນ ຕຸລານີ້, ໃຫ້ຮູ້ວ່າ: ໄລຍະ 9 ເດືອນຜ່ານມານີ້, ຕາມແຜນການຈັດເກັບລາຍຮັບທັງໝົດ 3,92 ຕື້ກີບ ປະຕິບັດໄດ້ 3,61 ຕື້ກີບ ເທົ່າກັບ 92,07% ຂອງແຜນການປີໃນນີ້ຮັບຈາກສ່ວຍສາອາ ກອນ 3,50 ຕື້ກີບ ເທົ່າກັບ 93,27% ຂອງແຜນການປີ, ຮັບຈາກຊັບສິນຂອງລັດ 113,38 ລ້ານກີບ ເທົ່າກັບ 65,92% ຂອງແຜນການປີ; ການລົງທຶນຂອງລັດຢູ່ພາຍໃນເມືອງມີທັງໝົດ 9 ໂຄງການມູນຄ່າທັງໝົດ 118,81 ຕື້ກີບ ປະຕິບັດໄດ້ 41% ມູນຄ່າ 48,75 ຕື້ກີບ ໃນນີ້ໂຄງການທີ່ສະພາແຫ່ງຊາດອະນຸມັດ 3 ໂຄງການມູນຄ່າທັງໝົດ 65,92 ຕື້ກີບ, ໂຄງການລົງທຶນທີ່ນໍາໃຊ້ທຶນພັດທະນາທ້ອງຖິ່ນຂອງໂຄງການໄຟຟ້າຫົງສາ ມີ 5 ໂຄງການ ມູນຄ່າ 51,84 ຕື້ກີບ, ໂຄງ ການສົມທົບທຶນຂອງປະຊາຊົນກໍ່ສ້າງທາງເບຕົງ, ຮ່ອງລະບາຍນໍ້າທາງຮ່ອມ ບ້ານຈອມແຈ້ງ 1 ໂຄງການ ມູນຄ່າ 1,04 ຕື້ກີບ; ການລົງ ທຶນຂອງເອກະຊົນພາຍໃນ ແລະຕ່າງປະເທດ ມີ 2 ໂຄງການ ຄື: ປູກໝາກໂມລະດູແລ້ງ ມູນຄ່າ 14 ຕື້ກີບ ປະຕິບັດໜ້າວຽກສຳເລັດ 100% (ແຕ່ພົບບັນຫາການສົ່ງອອກບໍ່ໄດ້ຍ້ອນຜົນກະທົບຈາກການລະບາດຂອງພະຍາດ Covid- 19; ການລົງທຶນຊ່ວຍເຫຼືອລ້າ ແລະກູ້ຢືມ ມີ 2 ໂຄງການ ມູນຄ່າ 8,28 ຕື້ກີບ ແລະນອກນັ້ນ, ການປ່ອຍສິນເຊື່ອຂອງທະ ນາຄານທີ່ເປັນໜ່ວຍບໍລິການປະຈຳເມືອງສາມາດລະດົມເງິນຝາກໄດ້ທັງໝົດ 295,86 ຕື້ກີບ ແລະປ່ອນສິນເຊື່ອໄດ້ທັງໝົດ 34,80 ຕື້ກີບ.

   ສ່ວນທິດທາງແຜນການ 3 ເດືອນທ້າຍປີ 2020 ເມືອງຫົງສາຈະສູ້ຊົນຈັດເກັບລາຍຮັບເຂົ້າງົບປະມານໃຫ້ໄດ້ທັງໝົດ 311,48 ລ້ານກີບ ໃນນີ້ລາຍຮັບຈາກສ່ວຍ ສາອາກອນໃຫ້ໄດ້ 252,87 ລ້ານກີບ ແລະ ຮັບຈາກຊັບສິນຂອງລັດໃຫ້ໄດ້ 58,61 ລ້ານກີບ; ສຶບຕໍ່ຈັດຕັ້ງປະຕິບັດໂຄງການລົງທຶນທັງໝົດ 8 ໂຄງການມູນຄ່າທັງ ໝົດ 117,16 ຕື້ກີບ ໃນນີ້ ໂຄງການສະພາແຫ່ງຊາດອະນຸມັດ 3 ໂຄງການ ມູນຄ່າທັງໝົດ 65,92 ຕື້ກີບ, ໂຄງການລົງທຶນທີ່ນຳໃຊ້ທຶນພັດທະນາທ້ອງຖິ່ນຂອງໂຄງການໄຟຟ້າຫົງສາ 4 ໂຄງການ ມູນຄ່າ 50,18 ຕື້ ກີບ, ໂຄງການທຶນສົມທົບລັດ ແລະປະຊາຊົນກໍ່ສ້າງທາງເບຕົງ, ຮ່ອງລະບາຍນໍ້າທາງຮ່ອມບ້ານຈອມແຈ້ງ 1 ໂຄງການມູນຄ່າ 1,04 ຕື້ກີບ; ສຶບຕໍ່ຈັດຕັ້ງປະຕິບັດ 1 ໂຄງການຄື: ກໍ່ສ້າງເສັ້ນທາງແຕ່ ບ້ານວຽງແກ້ວ ຫາຊາຍແດນ ເມືອງໄຊສະຖານ ມີລວງຍາວທັງໝົດ 26,1 ກິໂລແມັດ ມູນຄ່າ 8,10 ຕື້ກີບ; ຊຸກຍູ້ໜ່ວຍບໍລິການທະນາຄານສາຂາຕ່າງໆທີ່ຢູ່ພາຍໃນເມືອງສະໜອງສິນເຊື່ອໃຫ້ແກ່ພາກສ່ວນທຸລະກິດຕ່າງໆ ໂດຍສະເພາະການຜະລິດກະສິກຳ, ອຸດສາຫະກຳປຸ່ງແຕ່ງຂະໜາດນ້ອຍ ແລະການຄ້າຂາຍບໍລິການໃຫ້ຫຼາຍຂຶ້ນ, ສຶບຕໍ່ສູ້ຊົນລະດົມເງິນຝາກໃຫ້ໄດ້ທັງໝົດ 298,81 ຕື້ກີບ ແລະປ່ອຍ ສິນເຊື່ອໃຫ້ໄດ້ທັງໝົດ 41,76 ຕື້ກີບ.

--------------

ຂຽນໂດຍ: ກິດຕິສັກ ບົວໄລ 

ຮູບພາບ#ຫນັງສືພິມເສດຖະກິດສັງຄົມ