ໂຄວິດຂ້າຊີວິດ ທາຄາດະ ຜູ້ກໍ່ຕັ້ງແບຣນເຄນໂຊ

  ເຄນໂຊ ທາຄາດະ ຜູ້ອອກແບບຊື່ດັງຄົນຍີ່ປຸ່ນຜູ້ກໍ່ຕັ້ງແບຣນ KENZO ຊຶ່ງເປັນແບຣນແຟຊັນຊັ້ນນໍາລະດັບໂລກໄດ້ເສຍຊີວິດແລ້ວດ້ວຍອາຍຸ 81 ປີໃນໂຮງໝໍນະຄອນຫຼວງປາຣີຂອງຝຣັ່ງໃນວັນທີ 4 ຕຸລາ ທີ່ຜ່ານມາ ຫຼັງຈາກເຈັບເປັນຍ້ອນການຕິດເຊື້ອໂຄວິດ-19.

  ທາຄາດະ ເກີດໃນວັນທີ 27 ກຸມພາປີ 1939 ທີ່ເມືອງຮິເມຈິ ແຂວງຮຽວໂງະຂອງຍີ່ປຸ່ນລາວສໍາເລັດການສຶກສາຈາກມະຫາວິທະຍາໄລບຸນກະແຟຊັນໃນນະຄອນຫຼວງໂຕກຽວ ໂດຍສາມາດຄວ້າປະລິນຍາດ້ວຍຜົນງານລະດັບກຽດນິຍົມຈາກນັ້ນໄດ້ຍ້າຍໄປຢູ່ຝຣັ່ງ ໃນປີ 1965 ເພື່ອສານຕໍ່ຄວາມຝັນດ້ານແຟຊັນເຖິງແມ່ນວ່າຈະຕ້ອງພົບກັບຄວາມຫຍຸ້ງຍາກລໍາບາກໃນດ້ານພາສາແຕ່ 5 ປີ ຫຼັງຈາກນັ້ນ ທາຄາດະ ກໍສາ ມາດເປີດແບຣນເຄນໂຊ ຊຶ່ງເປັນຊື່ຂອງຕົນເອງ ແລະໄດ້ຮັບຄວາມນິຍົມເທີງເວທີໂລກມາຈົນເຖິງທຸກວັນນີ້, ທັງນີ້ຜົນງານຂອງລາວເຮັດໃຫ້ໄດ້ຮັບຫຼຽນກຽດຕິຍົດທັງໃນຍີ່ປຸ່ນ ແລະຝຣັ່ງ ແລະລາວຍັງອອກແບບຊຸດໃຫ້ທີມນັກກີລາຍີ່ປຸ່ນໃນງານມະຫາກຳກີລາໂອລິມປິກລະດູຮ້ອນ ປີ 2004, ນອກຈາກເສື້ອຜ້າສຳເລັດຮູບແລ້ວທຸລະກິດຍັງແຍກອອກເປັນສາຂາກະເປົ໋າ ແລະນໍ້າຫອມປະຈຸບັນມີສາຂາຫຼາຍກວ່າ 100 ແຫ່ງທົ່ວໂລກ.

----

ຮຽບຮຽງໂດຍ: ແກ້ວ