ຫາລືຄວາມຄືບໜ້າປັບປຸງການສອນຄະນິດສາດ ຊັ້ນປະຖົມ

  ວັນທີ 18 ກຸມພາ 2019 ກະຊວງສຶກສາທິການ ແລະກີລາ (ສສກ) ແລະອົງການໄຈກ້າປະຈໍາລາວ ໄດ້ຈັດກອງປະຊຸມຄະນະຊີ້ນໍາໂຄງການປັບປຸງການຮຽນການສອນຄະນິດສາດສໍາລັບຊັ້ນປະຖົມ ສຶກສາຄັ້ງທີ 7 ພ້ອມວາງແຜນງານ ການຈັດຕັ້ງປະຕິບັດໃນຕໍ່ໜ້າ, ໂດຍເປັນປະທານຮ່ວມຂອງ ທ່ານ ຄໍາ ຜາຍ ສີສະຫວັນ ຮອງລັດຖະມົນ ຕີກະຊວງສຶກສາທິການ  ແລະກີລາ, ທ່ານ ໂຢຊິຮາຣຸ ໂຢເນຢາມະ ຫົວ ໜ້າອົງການໄຈກ້າປະຈໍາ   ສປປ   ລາວ ແລະ ທ່ານ ນາງ  ເຄໂກະ ມິຊຶໂນະ ທີ່ປຶກສາຂະແໜງການສຶກສາອົງ ການໄຈກ້າສໍານັກງານໃຫຍ່, ມີ                                                                            ຫົວໜ້າ-ຮອງຫົວໜ້າກົມ, ຜູ້ອໍາ ນວຍການ-ຮອງຜູ້ອໍານວຍການສະ ຖາບັນ ແລະຄະນະຊີ້ນໍາວຽກງານກ່ຽວຂ້ອງເຂົ້າຮ່ວມ.

  ທ່ານ ຄໍາຜາຍ ສີສະຫວັນ ໃຫ້ ຮູ້ວ່າ: ການຈັດກອງປະຊຸມຄັ້ງນີ້ ແມ່ນເພື່ອພ້ອມກັນທົບທວນຄືນຜົນ ການຈັດຕັ້ງປະຕິບັດໃນສົກຮຽນ ຜ່ານມາ  ໂດຍສະເພາະແມ່ນປະຕິບັດ ຕາມເນື້ອໃນບົດບັນທຶກຄວາມເຂົ້າ ໃຈກ່ຽວກັບໂຄງການ, ຊຶ່ງສັງເກດ ເຫັນວ່າໂຄງການດັ່ງກ່າວໄດ້ມີຄວາມ ຄືບໜ້າຢ່າງໜ້າເພິ່ງພໍໃຈເນື່ອງຈາກວ່າການຈັດຕັ້ງການຮຽນ-ການສອນວິຊາຄະນິດສາດຊັ້ນປະຖົມປີທີ 1 ໄດ້ດໍາເນີນໄປເປັນປົກກະຕິ ແລະສືບຕໍ່ ໃນການຈັດພິມປື້ມແບບຮຽນກຸ່ມຊັ້ນ ປະຖົມປີທີ 2, ຄູ່ມືຄູຊັ້ນປະຖົມປີທີ 2, ກະກຽມການສືບຕໍ່ຈັດຕັ້ງຝຶກອົບ ຮົມ ແລະການໃຊ້ແບບຮຽນວິຊາຄະນິດສາດ ຊັ້ນປະຖົມປີທີ 2. ຂະ ນະດຽວກັນກົມສ້າງຄູກໍ່ໄດ້ປັບດັດຫຼັກສູດຕ່າງໆ ເພື່ອເຮັດໃຫ້ຄູທີ່ຈະ  ໄປສອນໃນອະນາຄົດຂ້າງໜ້າໄດ້ ຮັບການຮຽນຮູ້,  ເຂົ້າໃຈເນື້ອໃນຂອງປຶ້ມຮຽນຕະຫຼອດເຖິງຄູ່ມືຄູ ນອກ ຈາກນີ້ ກໍ່ໄດ້ສືບຕໍ່ດໍາເນີນການທົດ ລອງປຶ້ມແບບຮຽນ, ຄູ່ມືຄູຊັ້ນປະ ຖົມປີທີ 3.

  ນອກນັ້ນ, ໃນກອງປະຊຸມຍັງໄດ້ທົບທວນຄືນປະເດັນຈາກກອງປະ ຊຸມຄະນະບໍລິຫານໂຄງການຄັ້ງ ຜ່ານມາ; ທົບທວນຄືນຄວາມຄືບໜ້າຂອງໂຄງການເປັນຕົ້ນແມ່ນການພິມ/ແຈກຢາຍປື້ມແບບຮຽນ ແລະ ຄູ່ມືຄູ  ປ2, ກອງປະຊຸມຝຶກອົບຮົມຄູ ສໍາລັບການນໍາໃຊ້ແບບຮຽນຄະນິດ ສາດຊັ້ນ ປ2 ແບບໃໝ່, ການປັບ ປຸງຫຼັກສູດວິທະຍາໄລຄູໃໝ່;  ແຜນ ວຽກຂອງໂຄງການປະກອບມີຝຶກ ອົບຮົມປຶ້ມແບບຮຽນ ແລະຄູ່ມືຄູ ປ2 ຂັ້ນໂຮງຮຽນ, ຈັດພິມ ແລະ ແຈກຢາຍປຶ້ມແບບຮຽນ ແລະ ຄູ່ມືຄູ ປ3,  ຝຶກອົບຮົມຄູສໍາລັບການນໍາໃຊ້ ປຶ້ມແບບຮຽນຄະນິດສາດ ປ3, ປັບປຸງຫຼັກສູດວິທະຍາໄລຄູໃໝ່; ລາຍ ງານຜົນສໍາຫຼວດເບື້ອງຕົ້ນ,  ແຜນງົບປະມານສໍາລັບ ປ3-ປ5, ລົງຕິດ ຕາມໂຮງຮຽນ, ຖາມ-ຕອບ ແລະ ສົນທະນາແລກປ່ຽນຮ່ວມກັນ.