ຈໍາປາສັກ ກຽມເນລະມິດພູມະໂລງກາຍເປັນແຫຼ່ງທ່ອງທ່ຽວຄົບວົງຈອນ

   ອໍານາດການປົກຄອງແຂວງຈໍາປາສັກ ໄດ້ອະນຸຍາດໃຫ້ນັກລົງທຶນເອກະຊົນເຂົ້າສຶກສາສໍາຫຼວດຄວາມເປັນໄປໄດ້ຂອງໂຄງການພັດທະນາແຫຼ່ງທ່ອງທ່ຽວຄົບວົງຈອນພູມະໂລງແບບຢືນຍົງຄຽງຄູ່ກັບການສ້າງແຜນພັດທະນາພື້ນຖານໂຄງລ່າງຕິດພັນກັບວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບລະຫວ່າງເມືອງຈໍາປາສັກ ແລະ ເມືອງໂພນທອງ.

 ພິທີລົງນາມເຊັນບົດບັນທຶກຄວາມເຂົ້າໃຈ ( MOU) ເພື່ອສຶກສາສໍາຫຼວດຄວາມເປັນໄປໄດ້ດັ່ງກ່າວໄດ້ມີຂຶ້ນໃນວັນ ທີ 5 ຕຸລາ 2020 ທີ່ໂຮງແຮມຈໍາປາສັກແກຣນ ນະ ຄອນປາກເຊ ແຂວງຈໍາປາສັກ ຕ່າງໜ້າອໍານາດການປົກຄອງຈໍາປາສັກລົງນາມໂດຍທ່ານ ພົນຈັດຕະວາ ສຸໄກ ພິມມະສານ ຫົວໜ້າກອງບັນຊາການທະຫານແຂວງຈໍາປາສັກ, ທ່ານ ພົນຈັດຕະວາ ວັນທອງ ບຸດດາຄໍາ ຫົວໜ້າກອງພົນລາບທີ 5, ທ່ານ ສຸກສະຫວັນ ວິໄລວົງ ຫົວໜ້າພະແນກແຜນການ ແລະການລົງທຶນ ແລະຝ່າຍບໍລິ ສັດລົງນາມໂດຍທ່ານ WONG YOKE JENN ອໍານວຍການບໍລິສັດ ອາໂກຣເຕັກໂປຣລາວ ຈໍາກັດ ແລະທ່ານ ແກ້ວຕາ ແກ້ວວຽງສະກຸນ ປະທານບໍລິສັດເອເຊຍ-ປາ ຊີຟິກທີ່ປຶກສາການຄ້າ-ການລົງທຶນຈໍາກັດຜູ້ດຽວ, ໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ວິໄລວົງ ບຸດດາຄໍາ ເຈົ້າແຂວງຈໍາປາສັກ, ມີບັນດາທ່ານຈາກພະແນກການກ່ຽວຂ້ອງແຂວງ, ເມືອງເຂົ້າຮ່ວມ.

   ພູມະໂລແມ່ນມີພູມສັນຖານຕິດຈອດລະຫວ່າງເມືອງຈໍາປາສັກ ແລະເມືອງໂພນທອງ, ຊຶ່ງມີຄວາມອຸດົມສົມບູນທາງທໍາມະຊາດ ແລະເໝາະສົມແກ່ການພັດທະນາເປັນເຂດທ່ອງທ່ຽວ, ຊຶ່ງມີໄລຍະທາງຈາກນະຄອນປາກເຊປະມານ 15 ກິໂລແມັດ, ຊຶ່ງອໍານາດການປົກຄອງ ແຂວງຈໍາປາສັກເຫັນດີໃຫ້ນັກລົງທຶນເຂົ້າສຶກສາສໍາຫຼວດຄວາມເປັນໄປໃນການພັດທະນາເປັນແຫຼ່ງທ່ອງທ່ຽວຄອບວົງຈອນ, ແຫຼ່ງທ່ອງທ່ຽວແບບຍືນຍົງຄຽງຄູ່ກັບການສ້າງແຜນພັດທະນາພື້ນຖານໂຄງລ່າງຕິດພັນກັບວຽກ ງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບລະຫວ່າງສອງເມືອງກໍຄືແຂວງຈໍາປາສັກນັ້ນເອງ.

------------

ຂ່າວ: ໂພທິຣາຊ      

ຮູບພາບ#ຫນັງສືພິມເສດຖະກິດສັງຄົມ