ອິນເດຍເລັ່ງແຈກວັກຊິນໂຄວິດໃຫ້ປະຊາຊົນ 250 ລ້ານຄົນ

   ລັດຖະມົນຕີກະຊວງສາທາລະນະສຸກອິນເດຍເປີດເຜີຍວ່າລັດຖະບານມີແຜນແຈກວັກແຊງປ້ອງກັນພະຍາດໂຄວິດ-19 ໃຫ້ປະຊາຊົນປະມານ 250 ລ້ານຄົນ ພາຍ ໃນເດືອນກໍລະກົດປີ 2021.

   ຕາມຂ່າວຕ່າງປະເທດລາຍງານວ່າ ທ່ານ ຫະຣັດ ວັນນະ ລັດຖະມົນຕີກະຊວງສາທາລະນະສຸກຂອງອິນເດຍເປີດເຜີຍໃນວັນທີ 5 ຕຸລາວ່າ ລັດຖະບານມີແຜນຈັດສັນວັກແຊງປ້ອງກັນພະຍາດໂຄວິດ-19 ໃຫ້ປະຊາຊົນປະມານ 250 ລ້ານຄົນ ໃນປະເທດພາຍໃນເດືອນກໍລະກົດປີ 2021. ລັດຖະບານອິນເດຍຈະໄດ້ຮັບວັກແຊງປ້ອງ ກັນພະຍາດໂຄວິດ-19 ຈຳນວນ 400- 500 ລ້ານໂດສ ພາຍໃນເດືອນກໍລະກົດປີໜ້າ ແລະຈະດຳເນີນງານເພື່ອໃຫ້ໝັ້ນໃຈວ່າປະຊາຊົນສາມາດເຂົ້າເຖິງວັກແຊງຢ່າງເທົ່າທຽມ, ຄະນະຜູ້ຊ່ຽວຊານລະດັບສູງກຳລັງສຶກສາວັກແຊງຊຶ່ງລວມທັງການສ້າງຄວາມໝັ້ນໃຈວ່າວັກແຊງຈະຖືກຈັດສັນຢ່າງເທົ່າທຽມໂດຍຂະນະນີ້ກະຊວງສາທາກັບລັດຖະບານກຳລັງຈັດເຮັດລາຍຊື່ກຸ່ມພົນລະເມືອງທີ່ຈຳເປັນຕ້ອງໄດ້ຮັບວັກແຊງທັນທີ; ໂດຍລັດຖະບານຂອງລັດຕ່າງໆ ໄດ້ຮັບຄຳແນະນໍາໃຫ້ສົ່ງລາຍລະອຽດຂອງກຸ່ມປະ ຊາກອນທີ່ມີຄວາມສຳຄັນອັນດັບທຳອິດຫຼືປະຊາກອນທີ່ຈະໄດ້ຮັບວັກແຊງເປັນກຸ່ມທຳອິດພາຍໃນທ້າຍເດືອນຕຸລານີ້.

  ບາຣັດ ໄບໂອເທກ ບໍລິສັດຜູ້ຜະລິດວັກແຊງສັນຊາດອິນເດຍລະບຸວ່າວັກແຊງໂຄວາຊິນຊຶ່ງຜະລິດໂດຍບໍລິສັດຢູ່ໃນຂັ້ນຕອນການທົດລອງໄລຍະ 2 ສ່ວນ ໄຊດັສ ຄາດິລາ ກຳລັງອະນຸມັດການທົດລອງທາງຄລິນິກໄລຍະ 3 ສໍາລັບວັກແຊງຂອງບໍລິສັດອິນເດຍ.

____________

#ຫນັງສືພິມເສດຖະກິດສັງຄົມ