ຟິລິບປິນແອລາຍ ກຽມປົດພະນັກງານເພີ່ມ

   ຟິລິບປິນແອລາຍສາຍການບິນແຫ່ງຊາດຂອງຟິລິບປິນກຽມປົດພະນັກງານປະມານ 1 ໃນ 3 ຂອງພະນັກງານທັງໝົດພາຍໃນທ້າຍປີນີ້ເພື່ອປັບໂຄງສ້າງຮັບມືກັບສະ ຖານະການການແພ່ລະບາດຂອງເຊື້ອພະຍາດໂຄວິດ-19.

 ຕາມຂ່າວຕ່າງປະເທດລາຍງານວ່າຖະແຫຼງການຂອງຟິລິບປິນແອລາຍລະບຸວ່າຄວາມຕ້ອງການເດີນທາງຫຼຸດລົງ ແລະການໃຊ້ມາດຕະການຈຳກັດການເດີນທາງທີ່ຍາວນານໃນເສັ້ນທາງບິນທົ່ວໂລກ ແລະ ພາຍໃນປະເທດສົ່ງຜົນເຮັດໃຫ້ການປັບຫຼຸດພະນັກງານເປັນສິ່ງທີ່ຫຼີກເວັ້ນບໍ່ໄດ້ ແລະ ປະກາດວ່າຈະເລີກຈ້າງພະນັກງານຫຼາຍກວ່າ 35% ຈາກພະນັກງານທັງໝົດຫຼາຍກວ່າ 7.000 ຄົນ ແນວທາງດັ່ງກ່າວເປັນສ່ວນໜຶ່ງໃນແຜນປັບໂຄງສ້າງ ແລະຟື້ນຟູທາມກາງການລະບາດຂອງເຊື້ອໂຄວິດ-19 ທົ່ວໂລກທັງຍັງລະບຸວ່າສາຍການບິນໃຫ້ບໍລິການຖ້ຽວບິນໄດ້ບໍ່ເຖິງ 15% ຂອງຈໍານວນຖ້ຽວບິນລາຍວັນທັງໝົດໃນໄລຍະກ່ອນການລະບາດຫຼັງຈາກທາງການຟິລິບປິນໃຊ້ມາດຕະການເຂັ້ມງວດມາເປັນເວລາ 8 ເດືອນ ຂະນະທີ່ພີເອແອລໂຮລດິງບໍລິສັດແມ່ຂອງຟິລິບປິນແອລາຍປະສົບພາວະຂາດທຶນຢ່າງໜັກໃນໄລຍະເຄິ່ງປີທຳອິດຫຼັງ ຈາກມີຍອດຂາດທຶນສູງເຖິງ 20.750 ລ້ານເປໂຊ ເພີ່ມຂຶ້ນຈາກໄລຍະເວລາດຽວກັນຂອງປີກ່ອນທີ່ມີຍອດຂາດທຶນ 2.980 ລ້ານເປໂຊ.

  ຟິລິບປິນມີຍອດຜູ້ຕິດເຊື້ອພະຍາດໂຄ ວິດ-19 ສະສົມຫຼາຍກວ່າ 324.000 ຄົນ ນັບວ່າສູງສຸດໃນພາກພື້ນອາຊີຕາເວັນອອກສຽງໃຕ້ ແລະມີຜູ້ເສຍຊີວິດຫຼາຍກວ່າ 5.800 ຄົນ.

--------------

 ໜັງສືພິມເສດຖະກິດ-ສັງຄົມ