ຊຽງຂວາງ ຈັດກິດຈະກຳເຕັ້ນ ແລະແຂ່ງຂັນກີລາມິດຕະພາບ

  ການຈັດກິດຈະກຳເຕັ້ນແອ ໂຣບິສ ແລະກິດຈະກຳແຂ່ງຂັນກີລາເພື່ອມິດຕະພາບເພື່ອສະເຫຼີມສະຫຼອງວັນທີ 7 ຕຸລາ ວັນຄູແຫ່ງຊາດຄົບຮອບ 26 ປີ ຊຶງຈັດໂດຍພະ ແນກສຶກສາທິການ ແລະ ກີລາແຂວງ (ສກຂ) ຊຽງຂວາງ ມີຂຶ້ນໃນຕອນເຊົ້າວັນທີ 7 ຕຸລາ 2020 ທີ່ສະໜາມກີລາໄຊຊະນະ (ບ້ານໂພນມີໄຊ) ເມືອງແປກ ແຂວງຊຽງຂວາງໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ບົວລີ ພັນນາວົງ ຫົວໜ້າພະແນກ ສກຂ ພ້ອມຄະນະມີມວນຊົນຈາກບັນດາພະແນກການ,ກົມກອງອ້ອມຂ້າງແຂວງ, ໂຮງ ຮຽນ, ໂຮງໝໍ, ລັດວິສາຫະກິດ, ຊາວຄ້າຂາຍ ແລະພໍ່ແມ່ປະຊາຊົນພາຍໃນເທສະບານແຂວງເຂົ້າຮ່ວມເກືອບ 3 ພັນຄົນ.

  ໂອກາດນີ້ທ່ານ ທອງຜີວ ສີປັນຍາ ຮອງຫົວໜ້າພະແນກສຶກສາທິການ ແລະກີລາແຂວງໄດ້ໃຫ້ກຽດຂຶ້ນມີຄໍາຄິດຄໍາເຫັນຕໍ່ທີ່ພິທີກ່ອນອື່ນທ່ານໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ບັນດາທ່ານການນໍາຂັ້ນແຂວງ ແລະມວນຊົນທຸກພາກສ່ວນທີ່ໄດ້ສະຫຼະເວລາເຂົ້າຮ່ວມກິດຈະ ກຳຄັ້ງນີ້ຢ່າງຫຼວງຫຼາຍ ແລະພ້ອມພຽງຮຽງໜ້າກັນ, ທ່ານຍັງໄດ້ຍົກໃຫ້ເຫັນເຖິງຄວາມສໍາຄັນຂອງຄູເພາະຄູຄືຜູ້ທີ່ອຸທິດສະຕິປັນຍາເຫື່ອແຮງຕໍ່ການປະຕິບັດໜ້າທີ່ການສອນຂອງຕົນດ້ວຍຄວາມພາກພຽນມະນະອົດທົນສາມາດຊ່ວຍໃຫ້ວຽກງານພັດທະນາການສຶກສາໄດ້ເຕີບໃຫຍ່ຂະຫຍາຍຕົວແຕ່ຂັ້ນສູນກາງລົງຮອດທ້ອງຖິ່ນ, ສະນັ້ນພັກ ແລະລັດຖະບານເວລາໃດກໍໃຫ້ຄວາມສໍາຄັນ

ແລະເອົາໃຈໃສ່ຕໍ່ວຽກງານການສຶກສາ ແລະກໍຖືເອົາຄູສອນເປັນກົກໃນການຍົກສະຖານະພາບຂອງການສຶກສາ, ພ້ອມນັ້ນຄູຍັງມີບົດບາດສໍາຄັນໃນການພັດທະນາ ແລະສ້າງສາປະເທດຊາດໃຫ້ຈະເລີນຮຸ່ງເຮືອງຈົນຖືກຂະໜານນາມວ່າ: ຄູແມ່ນຄົນຂອງພັກ, ຄູແມ່ນວິສາວະກອນແຫ່ງດວງວິນຍານ, ຄູແມ່ນແມ່ພິມຂອງຊາດ, ແມ່ນບຸກຄົນທີ່ມີຄວາມຮູ້ຄວາມສາມາດ, ມີປະສົບການສາມາດຖ່າຍທອດຄວາມຮູ້ໃຫ້ແກ່ຜູ້ອື່ນໄດ້.

  ທ່ານ ທອງຜີວ ສີປັນຍາ ຍັງ ໄດ້ກ່າວໃຫ້ຮູ້ກ່ຽວກັບຂະບວນການຈັດກິດຈະກຳເພື່ອສະເຫຼີມສະຫຼອງໃນວັນຄູແຫ່ງຊາດຄົບຮອບ 26 ປີ-ປີນີ້ນອກຈາກເຕັ້ນແອໂຣບິສ ເພື່ອສຸຂະພາບແລ້ວຍັງມີການແຂ່ງຂັນກີລາເປຕັງຍິງ-ຊາຍ ແລະກີລາເທັນນິດສ໌ອີກດ້ວຍເພື່ອສ້າງສັນບັນຍາ ກາດໃນວັນທີ່ມີຄວາມໝາຍຄວາມສໍາຄັນນີ້ໃຫ້ມີຄວາມຄຶກຄື້ນມ່ວນຊື່ນ ແລະໃຫ້ສັງຄົມທຸກພາກສ່ວນມີສ່ວນຮ່ວມພ້ອມກັນເຊີດຊູວັນຄູແຫ່ງຊາດໃຫ້ຍືນຍົງຄູ່ກັບສັງຄົມລາວຕະຫຼອດໄປ, ຫຼັງຈາກນັ້ນທ່ານກໍໄດ້ກ່າວເປີດພິທີການຈັດກິດຈະກໍາເຕັ້ນແອໂຣບິສ ແລະແຂ່ງຂັນກີລາເປັນທາງການພ້ອມທັງອວຍພອນໃຫ້ມວນຊົນເຂົ້າຮ່ວມທຸກພາກສ່ວນຈົ່ງມີສຸຂະພາບແຂງແຮງ, ມີຄວາມຜາສຸກທາງດ້ານຊີວິດສ່ວນຕົວ ແລະຄອບຄົວ, ມີຜົນສໍາເລັດໃນໜ້າທີ່ການງານພ້ອມກັນມ່ວນຊື່ນກັບກິດຈະກຳຄັ້ງນີ້ໃຫ້ສຸດກົກສຸດປາຍ.

________

ໂດຍ: ຄານສີສະຫວັນ