ຊີນີເວິລ ໂຮງຮູບເງົາອັນດັບ 2 ຂອງໂລກ ປະກາດປິດ 543 ສາຂາ

  ເຄືອໂຮງຮູບເງົາທີ່ໃຫຍ່ທີ່ ສຸດຂອງອັງກິດຄື ຊີນີເວິລຈະປິດໂຮງຮູບເງົາ 128 ແຫ່ງ ໃນອັງກິດ ແລະອຽກລັັງ ຊຶ່ງເປັນຜົນມາຈາກການເລື່ອນສາຍຮູບເງົາຕ່າງໆ ຂະນະທີ່ວາໄຣນີ້ເປີດເຜີຍວ່າຊີນີເວິລ ຈະປິດສາຂາໃນອາເມລິກາພ້ອມ ໂດຍລວມທັງໝົດ ເປັນ 543 ສາຂາ.

  ການປະກາດຄັ້ງນີ້ມີຂຶ້ນຫຼັງຈາກທີ່ຮູບເງົາເລື່ອງເຈມບອນປະກາດເລື່ອນສາຍໄປເດືອນເມສາ ປີ 2021 ຈາກເດີມໄລຍະເດືອນພະຈິກນີ້ການປະກາດປິດໂຮງຮູບເງົາຄັ້ງນີ້ຈະເຮັດໃຫ້ພະນັກງານຫຼາຍກວ່າ 5.500 ຄົນສ່ຽງຕົກວຽກ, ທັງນີ້ບໍລິສັດ ຣີກັລ ຊິນີ ມາເປັນເຈົ້າພໍ່ຂອງຊີນີເວິລຢືນຢັນວ່າ ອຸດສາຫະກຳຮູບເງົານີ້ບໍ່ສາມາດຢູ່ລອດໄດ້ເພາະການຕັດສິນໃຈຂອງບັນດາສະຕູດີໂອຜະລິດຮູບເງົາທີ່ເລື່ອນສາຍຮູບເງົາຕົ້ນທຶນສູງອອກໄປ.

----

ຮຽບຮຽງໂດຍ: ແກ້ວ