ເມືອງແປກ ສອບເສັງນັັກຮຽນເກັ່ງຂັ້ນເມືອງ

  ວັນທີ 13 ກຸມພາຜ່ານມາທີ່ສະໂມສອນຫ້ອງວ່າການປົກ ຄອງເມືອງແປກ ແຂວງຊຽງ ຂວາງ ໄດ້ຈັດພິທີສອບເສັງນັກ ຮຽນເກັ່ງຂັ້ນເມືອງ ຊັ້ນ ມ4 ແລະ ມ7 ປະຈໍາສົກຮຽນ 2018-2019 ຂຶ້ນ  ໂດຍພາຍໃຕ້ການເປັນປະທານ ຂອງທ່ານ ສົມສະນິດ ວິລິວົງ ຫົວໜ້າຫ້ອງການສຶກສາທິການ ແລະ ກີ ລາເມືອງແປກ, ເຂົ້າຮ່ວມມີທ່ານ ສີພອນ ນັນທະພອນ ວິຊາການຂະ ແໜງມັດທະຍົມສຶກສາພະແນກ ສຶກສາທິການ ແລະກີລາແຂວງ, ມີຄະນະຮັບຜິດຊອບການສອບເສັງ ແລະນ້ອງນັກສອບທັງໝົດ 100 ກ່ວາຄົນ.

  ສົກຮຽນ 2018-2019  ນີ້ທົ່ວເມືອງແປກມີນ້ອງນັກຮຽນທີ່ສະ ໝັກເຂົ້າມາສອບເສັງນັກຮຽນເກັ່ງ ຂັ້ນຮຽນ ມ4 ແລະມ7 ລວມທັງ ພາກລັດ ແລະເອກະຊົນມີທັງໝົດ 117 ນ້ອງ,  ຍິງ  65  ນ້ອງ  ໃນຈໍາ ນວນ 21 ໂຮງຮຽນທົ່ວເມືອງ, ມີກໍາມະການເຝົ້າຫ້ອງສອບທັງໝົດ35  ຄົນ, ຍິງ 15 ຄົນ, ສໍາລັບວິ ຊາທີ່ນໍາມາສອບເສັງປະກອບມີ: ວິຊາຄະນິດສາດ, ພາສາລາວ-ວັນນະຄະດີ, ຟີຊິກສາດ ແລະວິຊາ ເຄມີສາດ,  ຜ່ານການສອບເສັງຜົນ ປາກົດວ່າ: ວິຊາຄະນິດສາດຊັ້ນ ມ4  ທ້າວ ສຸກໄຊຊົ່ງ ຈາກໂຮງ ຮຽນ ມສ ສີບຸນເຮືອງ ຊັ້ນ ມ7 ທ້າວ ມົງເລົ່າ ຈາກໂຮງຮຽນ ມສໂພນທອງ  ວິຊາພາສາລາວ-ວັນນະ ຄະດີ ຊັ້ນ ມ4 ນາງ ປາໄຫຼ ຈາກ ໂຮງຮຽນ ມສ ຊົນເຜົ່າ ຊັ້ນ ມ7 ນາງ ພອນຄໍາ ຈາກໂຮງຮຽນ ມສ ຊົນເຜົ່າ ວິຊາເຄມີສາດ ຊັ້ນ ມ4 ທ້າວ ຫຼ້າລໍ່ ຢົງມາຈາກໂຮງຮຽນ ມຕ ນາມ້າ ຊັ້ນ ມ7 ທ້າວ ສຸກວື່ ໄຊຈູ ຈາກໂຮງຮຽນ ມສ ໂພນສະ ຫວັນ ວິຊາຟີຊິກສາດ ຊັ້ນ ມ4 ທ້າວ ເຊ່ຍທ່າວ ຈາກໂຮງຮຽນ ມສ ຊົນເຜົ່າ ຊັ້ນ ມ7 ທ້າວ ວົງ ວ່າງ ຈາກ  ມສ  ຊົນເຜົ່າຜູ້ທີ່ຊະ ນະເລີດຈະໄດ້ເປັນຕົວແທນໃຫ້ແກ່ ຂັ້ນເມືອງເພື່ອກະກຽມເຂົ້າຮ່ວມ ສອບເສັງນັກຮຽນເກັ່ງຂັ້ນແຂວງທີ່ຈະຈັດຂຶ້ນໃນທ້າຍເດືອນນີ້.

  ໂອກາດນີ້ທ່ານ  ສົມສະນິດ  ວິລິ ວົງ ໄດ້ສະແດງຄວາມຍ້ອງຍໍຊົມ ເຊີຍຕໍ່ຜົນສໍາເລັດໃນບັ້ນສອບເສັງນັກຮຽນເກັ່ງຄັ້ງນີ້ພ້ອມທັງຮຽກຮ້ອງໃຫ້ຄູອາຈານທີ່ຮັບຜິດຊອບຈົ່ງສືບຕໍ່ບໍາລຸງຍົກລະດັບຄວາມຮູ້ໃຫ້ນັກຮຽນໃຫ້ຫຼາຍຂຶ້ນກວ່າເກົ່າ ເພື່ອຮັບປະກັນທາງດ້ານຄວາມຮູ້, ສ່ວນນັກຮຽນກໍໃຫ້ຕັ້ງໃຈຄົ້ນຄວ້າ ຮໍ່າຮຽນເປັນພິເສດເພື່ອກະກຽມ ຄວາມພ້ອມເຂົ້າຮ່ວມແຂ່ງຂັນສອບເສັງນັກຮຽນເກັ່ງຂັ້ນແຂວງໃນທ້າຍເດືອນນີ້ໃຫ້ໄດ້ສໍາເລັດ.

ໂດຍ: ໄຊນະພອນ